Latest News

วันพฤหัสบดีที่ 28 กรกฎาคม พ.ศ. 2559

ເປັນທີ່ໂສກັນ ຂອງຫຼາຍຄົນທາງອ່ອນລາຍ ເມື່ອມີຜູ້ໃຊ້ເຟສບຸກຊື່ Sithphrakeo Duang ໄດ້ໂພດຮູບ ພຣະສົງທີ່ອາເມລິກາ ເປີດຮ້ານຂາຍອາຫານຢູ່ວັດໂດຍມີຂໍ້ຄວາມວ່າ:

''ໄດ້ໄປເຫັນດ້ວຍສາຍຕາຂອງຕົນເອງມື້ວານີ້ ທີ່ວັດວໍຊິງຕັນ ດີຊີວັນທີ 2 ເດືອນກໍຣະກະດາ 2016 ( 07/02/2016 ) ໄດ້ເຫັນບັນດາພຣະສົງສາມມະເນນ ເອົາ ສົ້ມໝູ, ຊຶ້ນແຫ້ງ, ສົ້ມຜົກກາດ ,ແຈ່ວບອງ, ແຈ່ວປາແດກ ແລະຫຼາຍຢ່າງ ມາຕັ້ງເຕັນຂາຍປະປົນກັບບັນດາແມ່ຄ້າອື່ນໆ, ພີ່ນອ້ງຊາວພຸທບໍຣິສັດທັງຫຼາຍກະຣະນາຊອ່ຍກັນໃຫ້ຄວາມຄິດຄວາມເຫັນແດ່ ວ່າ ເປັນການເໝາະສົມຫຼືບໍ່ທີ່ພຣະສົງອອກມາທຳມາຄ້າຂາຍແບບນີ້''
ຕາມທີ່ເບິ່ງຄົງຈະເປັນການຫາລາຍຮັບເຂົ້າວັດ...
ແຕ່ກໍ່ເປັນເລື່ອງທີ່ບໍ່ເຄີຍມີມາ




วันจันทร์ที่ 25 กรกฎาคม พ.ศ. 2559

ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍປະຊາຊົນ ທັງ 99 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ໂຄງການ ຟາມງົວ

 ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍປະຊາຊົນ ທັງ 99 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ໂຄງການ ຟາມງົວ ທີ່ບ້ານເຫຼົ່າສຸລິຍະ, ເມືອງຈຳພອນ, ແຂວງສະຫວັນນະເຂດ.


ເພາະໂຄງການຟາມງົວດັ່ງກ່າວແມ່ນຖືກດິນນາປະຊາຊົນ ແລະ ຍັງຖືກເຂດປ່າສະຫງວນນຳອີກ.
ຂໍໃຫ້ທາງສູນກາງລົງໄປກວດກາຢ່າງເລັ່ງດ່ວນດ້ວຍ



loading...

ທີ່ມາ:ໂທລະໂຄ່ງ THOLAKHONG

วันเสาร์ที่ 2 กรกฎาคม พ.ศ. 2559

ງາມຫລາຍພີ່ນ້ອງ ຢ່າລືມກົດໄລກົດແຊເດີ!!! ສ້າງ ນວ ໃຫ້ເປັນພື້ນທີ່ອະນຸຮັກສິ່ງແວດລ້ອມຕາມທິດຍືນຍົງ


loading...


ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ຮອງ​ເຈົ້າ​ຄອງ ນວ ໄດ້​ກ່າວໃນ​ກອງ​ປະຊຸມ​ວິຊາ​ການ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ສະເໜີ​ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ ການພັດທະນາ​ຜັງເມືອງ ແລະ ກົດ​ລະບຽບ​ຄຸ້ມ​ຄອງ​ຕົວ​ເມືອງ​ວຽງ​ຈັນ ວັນ​ທີ 29 ມິຖຸນາ 2016 ຢູ່​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ.ນວ) ວ່າ: ທິດ​ທາງ​ລວມ ແລະ ຄາດໝາຍ​ໃຫຍ່​ໃນ​ການພັດທະນາ ນວ ໃນ​ທ້າຍ​ທົດ​ສະວັດ​ທີ II ແລະ ທີ III ຂອງ​ສະຕະວັດ​ທີ XXI ຈຳເປັນ​ຕ້ອງ​ກຳນົດ​ວິໄສ​ທັດ​ການ​ພັດທະນາ ນວ ແຕ່ລະ​ໄລຍະ​ຈົນ​ຮອດ​ປີ 2030 ເພື່ອຮັກສາ ແລະ ເຊີດ​ຊູ​ຖານະ​ບົດບາດ​ໃຫ້ ນວ ເປັນໃຈ​ກາງ​ດ້ານວັດທະນະທຳ​ຂອງ​ຊາດ ສ້າງ ນວ ໃຫ້​ເປັນ​ພື້ນ​ທີ່​ຕົວຢ່າງ​ຂອງ​ການອະນຸ​ຮັກ​ສິ່ງແວດລ້ອມ​ຕາມ​ທິດຍືນ​ຍົງ ມີ​ພື້ນ​ທີ່​ສີຂຽວ ແລະ ເປັນ​ຕົວ​ເມືອງ​ທຳ​ມະ​ຊາດ​ໃນ​ອະນາ​ຄົດ ສູ້​ຊົນ​ພັດທະນາ​ເຂດ​ເທສະ​ບານ ນວ ໃຫ້​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ພາບ​ດ້ອຍ​ພັດ​ທະນາ ເປັນ​ຕົວ​ເມືອງ​ໜ້າ​ຢູ່​ຕາມ​ຄຳຂວັນ 6ສ ໃຫ້​ໄດ້​ໂດຍ​ພື້ນຖານດ້ານ​ພື້ນຖານ​ໂຄງ​ລ່າງ ​ຍທຂ ສິ່ງອຳນວຍ​ໃນ​ການ​ດຳລົງ​ຊີວິດ​ລາຍໄດ້ ແລະ ຄຸນະພາບ​ຊີວິດ​ຂອງປະຊາຊົນ ແລະ ຄວາມ​ສ່ຽງ​ຂອງເສດຖະກິດ ສາມາດ​ປະກາດ​ໃຊ້ແຜນຜັງ​ການ​ພັດທະນາ ນວ ສະບັບ​ໃໝ່​ອອກ​ເປັນ 3 ເຂດຄື: ເທສະ​ບານ (ໃຈກາງ ນວ) ເຂດຊານເມືອງ (ເຂດ​ເຊື່ອມ​ຕໍ່) ແລະ ເຂດ​ເມືອງ​ອ້ອມ​ຂ້າງ ນວ.

loading...


ນວ ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ອົງການ​ໄຈ​ກາ ໃນ​ການສຶກ​ສາ​ວິໄສ​ທັດ​ພັດທະນາ​ຮອດ​ປີ 2030 ແລະ ໄດ້​ຖືກ​ຮັບຮອງ​ໂດຍພື້ນຖານ​ຈາກ​ລັດຖະບານ ​ນັບ​ແຕ່ປີ 2012 ເປັນຕົ້ນ​ມາ ອີງໃສ່​ມາດຕາ 2 ຂອງ​ກົດໝາຍ​ວ່າ​ດ້ວຍ​ຜັງເມືອງ​ນັ້ນ ເອກະສານ​ຜັງເມືອງຕ້ອງ​ປະກອບ​ດ້ວຍ​ຍຸດ​ທະ​ສາດແຜນຜັງ ແລະ ກົດ​ລະບຽບ​ຄຸ້ມຄອງ​ຕົວ​ເມືອງ​ວຽງ​ຈັນ ເຊິ່ງ​ຈະຕ້ອງ​ໄດ້​ນຳ​ສະເໜີ​ນາຍົກ​ລັດ​ຖະມົນຕີ ເພື່ອ​ພິຈາລະນາ​ຮັບຮອງເອົາ ຈຶ່ງ​ຈະ​ມີ​ຜົນ​ສັກສິດ​ໃນ​ການຈັດ​ຕັ້ງ​ປະຕິບັດ ສະນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ທ່ານ​ຄົ້ນຄວ້າ ປະກອບ​ຄຳ​ເຫັນ​ໃສ່​ເອກະສານດັ່ງກ່າວ ແລ້ວ​ກ້າວ​ສູ່​ຄວາມເປັນ​ເອກະ​ພາບ ກ່ອນ​ນຳ​ສະເໜີນາຍົກລັດຖະມົນຕີ​ພິຈາລະນາຮັບຮອງ​ເອົາ.


loading...

ທີ່ມາ:http://vientianemai.net/khao/16114.html

Recent Post