Latest News

วันพฤหัสบดีที่ 28 กรกฎาคม พ.ศ. 2559

ເປັນທີ່ໂສກັນ ຂອງຫຼາຍຄົນທາງອ່ອນລາຍ ເມື່ອມີຜູ້ໃຊ້ເຟສບຸກຊື່ Sithphrakeo Duang ໄດ້ໂພດຮູບ ພຣະສົງທີ່ອາເມລິກາ ເປີດຮ້ານຂາຍອາຫານຢູ່ວັດໂດຍມີຂໍ້ຄວາມວ່າ:

''ໄດ້ໄປເຫັນດ້ວຍສາຍຕາຂອງຕົນເອງມື້ວານີ້ ທີ່ວັດວໍຊິງຕັນ ດີຊີວັນທີ 2 ເດືອນກໍຣະກະດາ 2016 ( 07/02/2016 ) ໄດ້ເຫັນບັນດາພຣະສົງສາມມະເນນ ເອົາ ສົ້ມໝູ, ຊຶ້ນແຫ້ງ, ສົ້ມຜົກກາດ ,ແຈ່ວບອງ, ແຈ່ວປາແດກ ແລະຫຼາຍຢ່າງ ມາຕັ້ງເຕັນຂາຍປະປົນກັບບັນດາແມ່ຄ້າອື່ນໆ, ພີ່ນອ້ງຊາວພຸທບໍຣິສັດທັງຫຼາຍກະຣະນາຊອ່ຍກັນໃຫ້ຄວາມຄິດຄວາມເຫັນແດ່ ວ່າ ເປັນການເໝາະສົມຫຼືບໍ່ທີ່ພຣະສົງອອກມາທຳມາຄ້າຂາຍແບບນີ້''
ຕາມທີ່ເບິ່ງຄົງຈະເປັນການຫາລາຍຮັບເຂົ້າວັດ...
ແຕ່ກໍ່ເປັນເລື່ອງທີ່ບໍ່ເຄີຍມີມາ




วันจันทร์ที่ 25 กรกฎาคม พ.ศ. 2559

ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍປະຊາຊົນ ທັງ 99 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ໂຄງການ ຟາມງົວ

 ຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ໄດ້ຊ່ວຍປະຊາຊົນ ທັງ 99 ຄອບຄົວ ທີ່ໄດ້ຮັບຜົນກະທົບຈາກ ໂຄງການ ຟາມງົວ ທີ່ບ້ານເຫຼົ່າສຸລິຍະ, ເມືອງຈຳພອນ, ແຂວງສະຫວັນນະເຂດ.


ເພາະໂຄງການຟາມງົວດັ່ງກ່າວແມ່ນຖືກດິນນາປະຊາຊົນ ແລະ ຍັງຖືກເຂດປ່າສະຫງວນນຳອີກ.
ຂໍໃຫ້ທາງສູນກາງລົງໄປກວດກາຢ່າງເລັ່ງດ່ວນດ້ວຍ



loading...

ທີ່ມາ:ໂທລະໂຄ່ງ THOLAKHONG

วันเสาร์ที่ 2 กรกฎาคม พ.ศ. 2559

ງາມຫລາຍພີ່ນ້ອງ ຢ່າລືມກົດໄລກົດແຊເດີ!!! ສ້າງ ນວ ໃຫ້ເປັນພື້ນທີ່ອະນຸຮັກສິ່ງແວດລ້ອມຕາມທິດຍືນຍົງ


loading...


ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ຮອງ​ເຈົ້າ​ຄອງ ນວ ໄດ້​ກ່າວໃນ​ກອງ​ປະຊຸມ​ວິຊາ​ການ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ສະເໜີ​ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ ການພັດທະນາ​ຜັງເມືອງ ແລະ ກົດ​ລະບຽບ​ຄຸ້ມ​ຄອງ​ຕົວ​ເມືອງ​ວຽງ​ຈັນ ວັນ​ທີ 29 ມິຖຸນາ 2016 ຢູ່​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ.ນວ) ວ່າ: ທິດ​ທາງ​ລວມ ແລະ ຄາດໝາຍ​ໃຫຍ່​ໃນ​ການພັດທະນາ ນວ ໃນ​ທ້າຍ​ທົດ​ສະວັດ​ທີ II ແລະ ທີ III ຂອງ​ສະຕະວັດ​ທີ XXI ຈຳເປັນ​ຕ້ອງ​ກຳນົດ​ວິໄສ​ທັດ​ການ​ພັດທະນາ ນວ ແຕ່ລະ​ໄລຍະ​ຈົນ​ຮອດ​ປີ 2030 ເພື່ອຮັກສາ ແລະ ເຊີດ​ຊູ​ຖານະ​ບົດບາດ​ໃຫ້ ນວ ເປັນໃຈ​ກາງ​ດ້ານວັດທະນະທຳ​ຂອງ​ຊາດ ສ້າງ ນວ ໃຫ້​ເປັນ​ພື້ນ​ທີ່​ຕົວຢ່າງ​ຂອງ​ການອະນຸ​ຮັກ​ສິ່ງແວດລ້ອມ​ຕາມ​ທິດຍືນ​ຍົງ ມີ​ພື້ນ​ທີ່​ສີຂຽວ ແລະ ເປັນ​ຕົວ​ເມືອງ​ທຳ​ມະ​ຊາດ​ໃນ​ອະນາ​ຄົດ ສູ້​ຊົນ​ພັດທະນາ​ເຂດ​ເທສະ​ບານ ນວ ໃຫ້​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ພາບ​ດ້ອຍ​ພັດ​ທະນາ ເປັນ​ຕົວ​ເມືອງ​ໜ້າ​ຢູ່​ຕາມ​ຄຳຂວັນ 6ສ ໃຫ້​ໄດ້​ໂດຍ​ພື້ນຖານດ້ານ​ພື້ນຖານ​ໂຄງ​ລ່າງ ​ຍທຂ ສິ່ງອຳນວຍ​ໃນ​ການ​ດຳລົງ​ຊີວິດ​ລາຍໄດ້ ແລະ ຄຸນະພາບ​ຊີວິດ​ຂອງປະຊາຊົນ ແລະ ຄວາມ​ສ່ຽງ​ຂອງເສດຖະກິດ ສາມາດ​ປະກາດ​ໃຊ້ແຜນຜັງ​ການ​ພັດທະນາ ນວ ສະບັບ​ໃໝ່​ອອກ​ເປັນ 3 ເຂດຄື: ເທສະ​ບານ (ໃຈກາງ ນວ) ເຂດຊານເມືອງ (ເຂດ​ເຊື່ອມ​ຕໍ່) ແລະ ເຂດ​ເມືອງ​ອ້ອມ​ຂ້າງ ນວ.

loading...


ນວ ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ອົງການ​ໄຈ​ກາ ໃນ​ການສຶກ​ສາ​ວິໄສ​ທັດ​ພັດທະນາ​ຮອດ​ປີ 2030 ແລະ ໄດ້​ຖືກ​ຮັບຮອງ​ໂດຍພື້ນຖານ​ຈາກ​ລັດຖະບານ ​ນັບ​ແຕ່ປີ 2012 ເປັນຕົ້ນ​ມາ ອີງໃສ່​ມາດຕາ 2 ຂອງ​ກົດໝາຍ​ວ່າ​ດ້ວຍ​ຜັງເມືອງ​ນັ້ນ ເອກະສານ​ຜັງເມືອງຕ້ອງ​ປະກອບ​ດ້ວຍ​ຍຸດ​ທະ​ສາດແຜນຜັງ ແລະ ກົດ​ລະບຽບ​ຄຸ້ມຄອງ​ຕົວ​ເມືອງ​ວຽງ​ຈັນ ເຊິ່ງ​ຈະຕ້ອງ​ໄດ້​ນຳ​ສະເໜີ​ນາຍົກ​ລັດ​ຖະມົນຕີ ເພື່ອ​ພິຈາລະນາ​ຮັບຮອງເອົາ ຈຶ່ງ​ຈະ​ມີ​ຜົນ​ສັກສິດ​ໃນ​ການຈັດ​ຕັ້ງ​ປະຕິບັດ ສະນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ທ່ານ​ຄົ້ນຄວ້າ ປະກອບ​ຄຳ​ເຫັນ​ໃສ່​ເອກະສານດັ່ງກ່າວ ແລ້ວ​ກ້າວ​ສູ່​ຄວາມເປັນ​ເອກະ​ພາບ ກ່ອນ​ນຳ​ສະເໜີນາຍົກລັດຖະມົນຕີ​ພິຈາລະນາຮັບຮອງ​ເອົາ.


loading...

ທີ່ມາ:http://vientianemai.net/khao/16114.html

วันพุธที่ 29 มิถุนายน พ.ศ. 2559

ລັດຖະບານລາວປະກາດປະຕິຮູບຄັ້ງໃຫຍ່ໂດຍຫັນວິທີລະບົບເກັບພາສີ-ອາກອນແບບຈ່າຍເງິນສົດ ມາເປັນລະບົບທັນສະໄໝທີ່ຕ້ອງຈ່າຍຜ່ານທະນາຄານ


loading...


ລັດຖະບານລາວປະກາດປະຕິຮູບຄັ້ງໃຫຍ່ໂດຍຫັນວິທີລະບົບເກັບພາສີ-ອາກອນແບບຈ່າຍເງິນສົດ ມາເປັນລະບົບທັນສະໄໝທີ່ຕ້ອງຈ່າຍຜ່ານທະນາຄານ ແລະ ເອເລັກໂຕຣນິກທັນສະໄໝເພື່ອຮັບປະກັນບໍ່ໃຫ້ລາຍຮັບຂອງລັດຮົ່ວໄຫລແບບຊະຊາຍຢາຍຢັງ ແລະ ຍັງເປັນການຢັ້ງຢືນເຖິງແນວທາງນະໂຍບາຍຂອງພັກ-ລັດຄືຮັບປະກັນເຮັດໃຫ້ປວງຊົນລາວທັງຊາດຮັ່ງມີເຂັ້ມແຂງ ມີຄວາມຜາສຸກ ສັງຄົມມີຄວາມໂປ່ງໃສຍຸຕິທໍາ ມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ
----------------------------------
ຂປລ. ລັດຖະບານລາວວາງແຜນປະຕິຮູບລະບົບການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍນໍາໃຊ້ລະບົບທີ່ທັນສະໄໝໃນອະນາຄົດນີ້ເພື່ອຮັບປະກັນບໍ່ໃຫ້ລາຍຮັບຂອງລັດຮົ່ວໄຫລຊະຊາຍ ທັງເປັນການສ້າງຄວາມໂປ່ງໃສ ແລະ ຍຸຕິທໍາໃນຖັນແຖວພະນັກງານຢ່າງຕັ້ງໜ້າ ຂະນະທີ່ ການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມແມ່ນຖານສ້າງແຫລ່ງລາຍຮັບຕົ້ນຕໍຂອງລັດຖະບານ. 
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວຊີ້ນໍາໃຫ້ຂະແໜງການຕ່າງໆ ຢູ່ສູນກາງ ແລະ ບັນດາແຂວງ ນໍາໄປຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ຕາມບັນດາໜ້າວຽກຢູ່ກອງປະຊຸມລັດຖະບານ ຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ເຈົ້າແຂວງໃນທົ່ວປະເທດໃນວັນທີ 23-24 ມິຖຸນາ 2016 ນີ້ວ່າ: ໄດ້ເຫັນດີເປັນເອກະພາບໃຫ້ນໍາໃຊ້ການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍໃຊ້ລະບົບທີ່ທັນສະໄໝ ຄຽງຄູ່ກັບການເອົາເຂົ້າລະບຽບຫລັກການຢ່າງເຂັ້ມງວດແລ້ວມອບໃຫ້ກະຊວງການເງິນສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງພະນັກງານລົງເດີນສໍາຫລວດເກັບກໍາຂໍ້ມູນບັນດາຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວປະເທດ.



loading...

ລະຫວ່າງກອງປະຊຸມນັ້ນ ບັນດາທ່ານ ລັດຖະມົນຕີ, ເຈົ້າແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ປະກອບສ່ວນຄວາມຄິດຄວາມເຫັນຢ່າງກົງໄປກົງມາໂດຍລະບຸວ່າ: ຜ່ານມາຫລາຍປີ, ຂະແໜງການກ່ຽວຂ້ອງໄດ້ນໍາໃຊ້ວິທີການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມດ້ວຍວິທີຮັບເປັນເງິນສົດ ແລະ ຜ່ານລະບົບຫລາຍຂັ້ນຕອນ ເຊິ່ງໄດ້ເຮັດໃຫ້ລາຍຮັບຈາກພາສີ-ອາກອນຕ່າງໆຮົ່ວໄຫລ ແລະ ບໍ່ເຂົ້າງົບປະມານຂອງລັດຖະບານເປັນຈໍານວນບໍ່ໜ້ອຍ ພ້ອມນີ້ ຖ້າການຈັດຕັ້ງປະຕິບັດວິທີຮັບເປັນເງິນສົດ ແລະ ຜ່ານລະບົບຫລາຍຂັ້ນຕອນຜ່ານຍາວນານ ແລະ ບໍ່ມີວິທີແກ້ໄຂທັນການຈະເຮັດໃຫ້ພະນັກງານຈໍານວນລຶ້ງເຄີຍກາຍເປັນນິໃສ ສຸດທ້າຍກໍເປັນວັດທະນະເກີດຂຶ້ນໃນກະໂຕຂອງເຂົາເຈົ້າແບບອັດຕະໂນມັດຈົນເປັນການຍາກຈະແກ້ໄຂໄດ້. ດ້ວຍເຫດດັ່ງກ່າວເຫັນວ່າການນໍາໃຊ້ລະບົບການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍໃຊ້ລະບົບທີ່ທັນສະໄໝເປັນຕົ້ນແມ່ນຈ່າຍຜ່ານທະນາຄານ, ຈ່າຍລະບົບເອເລັກໂຕຣນິກ ແລະ ລະບົບອື່ນໆທີ່ທີ່ທັນສະໄໝຈະສາມາດຫລຸດຜ່ອນການຮົ່ວໄຫລງົບປະມານຂອງລັດ, ສາມາດກໍາຈັດການສໍ້ລາດບັງຫລວງ ແລະ ຫລຸດຜ່ອນການເອົາລັດເອົາປຽນກັນໃນສັງຄົມ ເຊິ່ງຈະເຮັດໃຫ້ບັນຫາຫຍໍ້ທໍ້ໃນສັງຄົມຫລຸດຜ່ອນລົງໄດ້ຫລາຍທີ່ສຸດ ຂະນະດຽວກັນນັ້ນ ຍັງເປັນການສ້າງບັນທັດຖານຄວາມໂປ່ງໃສ, ຄວາມເທົ່າທຽມກັນ ແລະ ຄວາມຍຸຕິທໍາເພີ່ມຂຶ້ນຕາມລໍາດັບຈະແຈ້ງ. ຂ່າວ: ຮັກຊາດ

ທີ່ມາ:Pathedlao Lao

loading...


วันอังคารที่ 28 มิถุนายน พ.ศ. 2559

ສຸດຍອດໄປເລີຍອີ່ນ້ອງ ບໍ່ຕ້ອງຮຽນແລ້ວ ໄປເປັນແດນເຊີເດີ ຫນ້າສິດີກວ່າ สุดอดสายย่อนักเรียนประเทศเพื่อนบ้านถอดชุดนักเรียนเต้นในห้องเรียน (มีคลิป)



loading...



ສຸດຍອດໄປເລີຍອີ່ນ້ອງ ບໍ່ຕ້ອງຮຽນແລ້ວ ໄປເປັນແດນເຊີ ຫນ້າສິດີກວ່າ สุดอดสายย่อนักเรียนประเทศเพื่อนบ้านถอดชุดนักเรียนเต้นในห้องเรียนวิพากษ์วิจารณ์กันสนั่น ไปในทางที่บ่เหมาะสม



loading...


ມີຄວາມເປັນຊາດ ປານເອົາຕີນຢຽບທຸງຊາດລາວ ຖ້າກູເປັນຄົນ ອິຕະລີ້ ຈະantiໂຄດເຫງ້າ ນາງພຸ້ນແລະ [ນັກຮຽນລາວ] ເປັນແບບນີ້ໃສ່ເສື້ອຊ້ອນໄປ school ສິຫວາ ໃສ່ເສື້ອຊ້ອນເຕັ້ນໃນສະຖາບັນໂຮງຮຽນ ແລະນາງກໍເປັນນັກຮຽນເຊັ່ນກັນ ຮ້າຍພໍບໍ່ເປີດ ຈິເມະນຳເດ ເສຍປະເພນີລາວເດີນາງ [ບໍ່ແມ່ນຢູ່ບ້ານນາງນຸ່ງສະະລິບໃສ່ບາດຫວາ]




loading...


ທີ່ມາ: Fis'z Toty'oø Csz-MaengLengg

ອາຈານລີ້ມີວິຊາອາຄົມແທ້ ບໍ່ ຫລື ເປັນພາບລວງຕາ? ແຕ່ຖ້າຂີ້ຕົວະອາດຈະສ້າງຄວາມສັບສົນວຸ້ນວາຍ ແລະ ເບື່ອເມົາສັງຄົມ


loading...


ແຕ່ກ່ອນເຄີຍເຫັນແຕ່ຊາວລາວຈໍານວນບໍ່ຫນ້ອຍພາກັນແຫ່ຂ້າມຂອງໄປໄທເພື່ອໄປສັກຍັນ 5 ແຖວຈາກອາຈານຫນູທີ່ໂດ່ງດັງໃນໄທເພາະຈາກຄວາມເຊື່ອສ່ວນບຸກຄົນບໍ່ວ່າກັນນັ້ນເພີ່ນວ່າຖ້າສັກຍັນ 5 ແຖວແລ້ວຈະໂຊກດີ ຄໍ້າຄູນ ເຈົ້ານາຍຮັກຫອມ ຄ້າຂາຍດີ ແລະ ອື່ນໆ ແຕ່ແນວໃດກໍດີ ຂໍໃຫ້ປະຕິບັດຕົນດ້ວຍຄວາມພໍດີ ຖ້າຫາກຝືນສັງຂານເກີນໄປກໍເປັນທຸກ. ປັດຈຸບັນມີຫລາຍສີຫລາຍສັນແອບແຝງໃນສັງຄົມມະນຸດໃນນັ້ນມີທັງ 18 ມົງກຸດ ຂີ້ສໍ້ຕໍແຫລະ ຂີ້ຕົວະຕົ້ມຕູນ ວິຊາຊີບຕົວແສບ ແລະ ອື່ນໆ ສະນັ້ນຂໍໃຫ້ມີສະຕິ ແລະ ດໍາເນີນຊີວິດດ້ວຍຄວາມລະມັດລະວັງ.
ມື້ນີ້ເຫັນຂ່າວອອນລາຍອອກຂ່າວໂດຍລະບຸວ່າອາຈານລີ້ມີວິຊາອາຄົມ ແຕ່ກໍເປັນຂໍ້ມູນດີ ແລະ ຊົມເຊີຍທ່ານໂຈເຊັບ ຜູ້ທີ່ລົງເຟສບຸກໃຫ້ສັງຄົມຮັບຮູ້ ແລະ ມີສະຕິ ແຕ່ວ່າຖ້າລາວບອກສະຖານທີ່ຢູ່ ບ້ານ ແລະ ແຂວງອາດຈະດີ ພອ້ມເຂົ້າໃຈເລິກເຊິ່ງ




loading...


ຄຸນວິເສດຕ່າງໆທີ່ກ່າວມານີ້ ໄດ້ເກີດໃຫ້ມີປະຊາຊົນ
ຈຳນວນຫລາຍຕັ້ງຄຳຖາມໃນໂຕຂອງອາຈານລີ້ ວ່າ
ທ່ານເປັນຜູ້ວິເສດ ສາມາດເຮັດໄດ້ແທ້ຫລືບໍ່
ຫລືເປັນພຽງການໂຄຊະນາຊວນເຊື່ອ ສ້າງພາບ ໃຫ້ປະຊາຊົນ ມາຫລົງໄຫລສັດທາໃນໂຕເອງ ເພື່ອຫວັງຜົນປະໂຫຍດບາງຢ່າງທີ່ຕອບແທນ.



loading...

ที่มา:Pathedlao Lao

ອິນ​ເດຍ ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ ຕໍ່​ຜູ້​ຖືກ​ຫາ 11 ຄົນ ໃນ​ເຫດ­ການ​ສັງ­ຫານ​ໂຫດ


loading...


ວັນ​ທີ 17 ມິ­ຖຸ­ນາ​ທີ່​ຜ່ານ​ມາ ສານ​ພິ­ເສດ​ແຫ່ງ​ໜຶ່ງ​ໃນ​ອິນ​ເດຍ ໄດ້​ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ​ຕໍ່ຜູ້​ຖືກ​ຫາ 11 ຄົນ ທີ່​ເຂົ້າຮ່ວມ​ໃນເຫດ­ການ​ສັງ­ຫານ​ໂຫດ​ຢູ່​ໃນ​ລັດກຸ​ຈະ​ຣາດ ຕາ­ເວັນ­ຕົກ ເມື່ອ​ປີ 2002 ໃນ​ຂະ­ນະ​ດຽວ​ກັນ ຜູ້​ຖືກຫາ​ອີກ 13 ຄົນ ກໍ່ຖືກ​ຕັດ­ສິນ​ໃຫ້ຈຳ​ຄຸກແຕ່ 7 ຫາ 10 ປີ.

ບັນ­ດາ​ຜູ້​ຖືກ​ຫາ ຖືກ​ຕັດ­ສິນໂທດຍ້ອນ​ໄດ້​ເຂົ້າ​ຮ່ວມ​ສັງ­ຫານໂຫດຢູ່​ໃນ​ນະ­ຄອນ​ອາ​ເມ​ດາ​ບັດ ໃນ​ເດືອນ​ກຸມ­ພາ ປີ 2002 ເມື່ອຊາວຮິນ​ດູ ຈຳ­ນວນ​ຫຼາຍ ໂຈມ​ຕີ ແລະ ຍິງ​ປືນ ເປັນ​ເຫດ​ໃຫ້​ມີ​ຜູ້ເສຍ​ຊີ­ວິດ 69 ຄົນ ຊຶ່ງ​ສ່ວນ​ຫຼາຍເປັນ​ຊາວມຸ​ສະ​ລິມ ໃນ​ນັ້ນ​ເປັນສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ລວມຢູ່​ນຳ 1 ຄົນ.

loading...



ຜູ້​ຖືກ​ຫາ 24 ຄົນ ຈາກ​ທັງ​ໝົດ 66 ຄົນ ໄດ້​ຖືກ​ຕັດ­ສິນ​ຄະ­ດີ ຍ້ອນມີ​ການ​ພົວ­ພັນ​ກັບ​ເຫດ­ການ​ຮຸນແຮງ​ດັ່ງ­ກ່າວ ມີ​ຜູ້​ຖືກ​ຫາ​ອີກ 36 ຄົນ ຖືກ​ປະ­ກາດ​ໃຫ້​ພົ້ນ​ໂທດຍ້ອນ​ບໍ່​ມີ​ຫຼັກ​ຖານ​ພຽງ­ພໍ ໃນ​ຂະນະ​ທີ່​ມີ​ຜູ້​ຕ້ອງ​ສົງ­ໄສ 5 ຄົນ ເສຍຊີ­ວິດ​ໃນ​ລະ­ຫວ່າງການ​ສືບ­ສວນ ແລະ 1 ຄົນຫາຍ​ສາບ​ສູນ.

loading...

ທີ່ມາ:http://vientianemai.net/khao/16082.html

ຢາກໃຫ້ທຸກຄົນຕື່ນຕົວ ແລະ ຊ່ວຍກັນປາບປາມ ຄໍຣັບຊັນເດີ! ປາບປາມການໃຫ້ສິນບົນ


loading...


ການສໍ້ລາດບັງຫລວງຄືກັບປວກກັດ ກິນເຮືອນຖ້າດົນໄປຫາກບໍ່ປາບປາມ ຂ້າປວກມື້ນຶ່ງເຮືອນຕ້ອງຫັກແນ່ນອນ ພວກກິນບ້ານກິນເມືອງກະຄືກັນຖ້າບໍ່ ປາບປາມ ມື້ນຶ່ງປະເທດຊາດຕ້ອງຫລົ້ມ ຈົມແນ່ນອນ ປາດຄໍໄກ່ໃຫ້ລີງເບິ່ງຈັກເທື່ອເບິ່ງດູມັນຈັ່ງ ສິຢ້ານ ສິຫລາບ


loading...

ດີແລ້ວຖ້າເຮັດໄດ້
ຈາກນີ້ກະກວດກາເບິ່ງການກິລາແດ່ເດີ ເຫັນແຜ່ໄປໝົດ ແລະ ມີການຊ່ວຍເຫລືອຈາກພາກສ່ວນລັດ-ເອກະຊົນ ແຕ່ຮອດນັກກິລາຕົວຈິງ....? ດູຕົນຜູ້ເປັນນັກກິລາເດ ດູແລໃຫ້ດີ ອັດສີດໃຫ້ໄດ້ ມີກຳລັງ+ແຮງໃຈ+ຄ່າຕອບແທນ ຮັບຮອງໄດ້ຫລຽນ ຕິດອັນດັບແນ່ນອນ.


loading...

ທີ່ມາ:ໂທລະໂຄ່ງ THOLAKHONG

ໜຸ່ມພະນັກງານໃຈເດັດ ຖາມ YES ສາວອືມ ທາງເຟສບຸກ



loading...



ຊິມາຖາມສີ້ກູນະເບີ່ງຫນ້າມຶງແດ່ບັກເຫັບຫມາເອີ້ຍກູລະຊັງພວກແບບນີ້ພວກຊັ້ນຕຳ່ໃຫ້ໄດ້ບາຍເລັບຕິນກູກ່ອນຊະຢາກແຮງກະສັກວ່າວຫລືໄປສີ້ຫມາເພາະຄົນຄືມຶງຄືຊິໄດ້ແຕ່ຝັນບັກຫລ້າສົງໃສມຶງຊິມີປົມດ້ອຍກັບຊີວິດຈື່ງຫາສ້າງກະແສດູຖຸກຄົນອື່ນຊ່ວຍແຊຮ!!ໃຫ້ລາວດັງແດ່ເສຍດາຍເສື້ອທີ່ລາວໃສ່ເດ້!!



loading...






loading...


ທີ່ມາ:http://www.tholakhong.com/2016/06/yes.html


ສັງຄົມຢູ່ຍາກຂື້ນທຸກມື້ຕຳແລ້ວຫນີ້!!! ເຫດລົດໃຫຍ່ກັບລົດຈັກຕໍາກັນ‬ ເສຍຊີວິດຄາທີ່1ຄົນ



loading...



ໃນວັນທີ 28/06/2016 ເວລາ 02:25 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ1623ວ່າ ມີລົດໃຫຍ່ຕຳກັບລົດຈັກຢູ່ເຂດບ້ານດົງນາໂຊກ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ
ເມື່ອໄປຮອດຈຸດເກີດເຫດພົບຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 40 ປີ ລັກສະນະການເສຍຊີວິດແມ່ນມີການກະທົບຫົວຢ່າງແຮງເປັນເຫດໃຫ້ເສຍຊີວິດຄາທີ່.




loading...


ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລ ຈຶ່ງໄດ້ເກັບມ້ຽນຮ່າງຂອງຜູ້ກ່ຽວ ແລ້ວນຳສົ່ງໃຫ້ຍາດພີ່ນ້ອງເພື່ອປະກອບພິທີທາງສາສະໜາ ຢູ່ວັດຈອມໄຕ
ກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລ ຕ້ອງຂໍສະແດງຄວາມເສຍໃຈກັບຜູ້ປະສົບເຫດ ແລະຍາດພີ່ນ້ອງຜູ້ເສຍຊີວິດດ້ວຍ.
ພົບອຸປະຕິເຫດ ເຈັບ ປ່ວຍ ສຸກເສີນ ໂທ 1623 ຫຼື 02056668825 ຟຣີຕະຫຼອດ 24ຊົ່ວໂມງ.





loading...


ທີ່ມາ:Pathedlao Lao

วันจันทร์ที่ 27 มิถุนายน พ.ศ. 2559

ຊົມຄລິບແລະຮູບ ຂົວໄມ້ນ້ຳຊອງ ວັງວຽງຖືກນ້ຳນອງພັດໜີ ປີ 2015 ແລະ 2016


loading...


ຊາວວັງວຽງຮູ້ດີ ກ່ຽວກັບວົງວຽນ ແຫ່ງຊີວິດ ຂອງຂົວໄມ້ ນ້ຳຊອງ. ວັນທີ 25/6/2016 ຖືກນ້ຳນອງພັດໄປແລ້ວ. ໃນປີ 2015 ກໍ່ຖືກພັດ ໃນວັນທີ 20/7/2015. ດຽວນ້ຳລຸດລົງ ກໍ່ຈະມີການສ້າງຂົວນີ້ຄືນມາອີກ.

ຊົມຄລິບ ທັງສອງປີເລີຍ...

ວັນທີ 25 ມິຖຸນາ 2016 - ຄລິບຈາກ ປະກາດ


loading...

ວັນທີ 20 ກໍລະກົດ 2016



loading...

ທີ່ມາ:http://www.tholakhong.com/2016/06/2015-2016.html

ຢ່າປະມາດເດີພີ່ນ້ອງເຫັນແລ້ວອັນຕະລາຍຫລາຍ!! ໜີຕາຍ ບັ້ງໄຟ 10 ລ້ານ ບ້ານກ້ວຍ ແຕກກະຈາຍ (ມີຄລິບ)



loading...



ການຈູດບັ້ງໄຟ 10 ລ້ານ ທີບຸນບັ້ງໄຟບ້ານກ້ວຍ, ເມືອງປາກຊັນ, ແຂວງບໍລິຄຳໄຊ, ຜູ້ຊົມຕ້ອງຜິດຫວັງເພາະບັ້ງໄຟຂຶ້ນພຽງໜ້ອຍດຽວ ກໍ່ແຕກກະຈາຍ.

ໂຊກດີ ອຸບັດຕິເຫດ ຄັ້ງນີ້ ມີຄົນບາດເຈັບພຽງເລັກນ້ອຍ.

ບຸນບັ້ງໄຟບ້ານກ້ວຍ ໃນວັນທີ 25 ມິຖຸນາ 2016 ຜ່ານມາ ຖືເປັນອີກ ງານບຸນສຳຄັນ ເພື່ອຂໍຟ້າຂໍຝົນ ໃນລະດູທຳການຜະລິດຈະມາຮອດມາເຖິງ.


loading...





loading...


ທີ່ມາ:http://www.tholakhong.com/2016/06/10.html

ທຸກພາກສ່ວນຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ



loading...



ເນື່ອງ​ໃນ​ໂອກາດ​ວັນ​ສາກົນ ຕ້ານ​ຢາ​ເສບ​ຕິດ ຄົບຮອບ 29 ປີ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອກວດກາ ແລະ ຄວບ​ຄຸມ​ຢາ​ເສບຕິດ ແລະ ນະຄອນຫຼວງ​ວຽງ​ຈັນ ໄດ້​ຮ່ວມ​ກັນ​ຈັດ​ພິທີ​ຈູດ​ທຳລາຍຢາ​ເສບ​ຕິດ​ຂຶ້ນ ໃນ​ວັນ​ທີ 25 ມິຖຸ​ນາ 2016 ທີ່ເດີ່ນ​ພະ​ທາດຫຼວງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໂດຍ​ມີ​ທ່ານ​ພົນ​ຕີ ສົມ​ແກ້ວ ສີ​ລາວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ພ້ອມ​ດ້ວຍ​ລັດຖະ​ມົນຕີ ແລະ ຮອງ​ລັດຖະມົນຕີ ອົງ​ການຈັດຕັ້ງ​ສາກົນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິທີ​ດັ່ງກ່າວ ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ ໄດ້​ຂຶ້ນ​ລາຍງານ​ເຖິງ​ສະພາບ​ການຈັດຕັ້ງ​ປະຕິ​ບັດ​ ວຽກ​ງານ​ຮອບດ້ານ​ກ່ຽວ​ກັບ​ການ​ກວດກາ ແລະ ຄວບ​ຄຸມ​ຢາເສບ​ຕິດ​ຢູ່ ​ສປປ ລາວ ໃນ​ໄລຍະໜຶ່ງ​ປີຜ່ານມາ ຈາກ​ນັ້ນ ທ່ານຮັກສາ​ການ​ຜູ້ຕາງໜ້າ​ອົງການສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະ​ນາ​ປະຈຳ ​ສປປ ລາວ ໄດ້​ອ່ານສານ​ຂອງ​ພະນະ​ທ່ານ​ເລຂາ​ທິການ​ໃຫຍ່​ ອົງການ​ສະຫະ​ປະຊາຊາດ ​ທີ່​ສະເໜີ​ໃຫ້​ບັນດາ​ປະເທດ ແລະ ຊຸມ​ຊົນ​ແຫ່ງ​ຕ່າງໆ​ໃນ​ທົ່ວໂລກ ​ໄດ້​ຮ່ວມ​ກັນ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ທີ່​ເປັນ​ໄພ​ຄຸກຄາມ ແລະ ສ້າງ​ຄວາມ​ເສຍ​ຫາຍຕໍ່​ມະນຸດ.



loading...


ໃນ​ຕອນ​ທ້າຍ ທ່ານ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໄດ້ໃຫ້​ກຽດ​ຂຶ້ນ​ມີ​ຄຳ​ເຫັນ​ສະແດງຄວາມ​ຂອບໃຈ ແລະ ຍ້ອງຍໍ​ຊົມເຊີຍ​ທຸກ​ພາກສ່ວນ​ໃນ​ທົ່ວ​ສັງຄົມ ພ້ອມ​ທັງ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງ​ການຈັດຕັ້ງ​ສາກົນ ​ທີ່​ໄດ້ເຂົ້າ​ຮ່ວມ​ໃນ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢູ່ ​ສປປ ລາວ ຢ່າງ​ໄດ້​ຮັບ​ຜົນ​ດີ​ຕະຫຼອດ​ມາ ພ້ອມ​ທັງ​ໄດ້​ໃຫ້​ທິດ​ຊີ້​ນຳ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໃຫ້​ໄດ້​ຮັບໝາກຜົນ​ດີ​ໃນ​ຊຸມ​ປີ​ຕໍ່ໜ້າ.

ສຳລັບ​ຕົວຢ່າງ​ຂອງ​ຢາ​ເສບ​ຕິດ​ທີ່​ຢຶດ​ໄດ້ ແລະ ຈູດ​ທຳລາຍ​ຄັ້ງ​ນີ້ ປະກອບ​ມີ ຢາ​ບ້າ 4.348.611 ເມັດ ກັນຊາ​ແຫ້ງ 883 ກິ​ໂລກ​ຣາມ ຢາ​ໄອສ 1,92 ກິ​ໂລກ​ຣາມ ເຮ​ໂລອິນ 34,8 ກິ​ໂລກ​ຣາມ ແປ້ງ​ຝຸ່ນເພື່ອ​ປະສົມ​ຜະລິດ​ຢາ​ເສບ​ຕິດ 105,8 ກິ​ໂລກ​ຣາມ ສ່ວນ​ຢາເສບ​ຕິດ​ທີ່​ຖືກ​ຈູດ​ທຳລາຍ​ໃນ​ຂອບເຂດ​ທົ່ວ​ປະເທດ​ມີ​ດັ່ງນີ້ ຢາ​ບ້າ 5.671.731 ເມັດ ກັນຊາ​ແຫ້ງ 3.673 ກິ​ໂລກ​ຣາມ ຢາ​ໄອສ 72,53 ກິ​ໂລກ​ຣາມ ເຮ​ໂລ​ອິນ 81,32 ກິ​ໂລກ​ຣາມ ຝິ່ນ​ດິບ 14,89 ກິ​ໂລກ​ຣາມ ສານ​ສະກັດຈາກ​ຕົ້ນໄມ້​ເພື່ອ​ຜະລິດ​ຢາ​ເສບຕິດ 2.880 ລິດ ແປ້ງ​ຝຸ່ນ​ເພື່ອ​ປະສົມ​ຜະລິດ​ຢາ​ເສບ​ຕິດ 747,3 ກິໂລກ​ຣາມ.



loading...


ທີ່ມາ:http://vientianemai.net/khao/16095.html

ຊ່ວຍກັນແຊຕໍ່ແດ່!!! ປະກາດຫາຍາດ ຂອງຍິງແຂວນຄໍຕາຍ ທີ່ຫ້ອງ ປ 3 ຢ່າງປິດສະໜາ


loading...


າຍງານຈາກ 1623 ໃຫ້ຮູ້ວ່າ ໃນວັນທີ່ 27/6/2016 ເວລາ 10:05 ຫນ່ວຍກູ້ໄພມູນນິທິ ໄດ້ຮັບແຈ້ງເຫດ ຜ່ານເບີ1623 ວ່າ ມີເຫດແຂວນຄໍ ຢູ່ໂຮງຮຽນບ້ານໂພນສະຫວາດເໜືອ, ເມືອງສີໂຄດຕະບອງນະຄອນຫລວງວຽງຈັນ.
ຜູ້ເສຍຊີວິດເປັນເພດຍິງ. ຄາດວ່າເສຍຊິວິດ ມາແລ້ວ ຫຼາຍວັນ, ເພາະສົບມີລັກສະນະໃຄ່.

‪‎ຂໍ້ມູນຂອງຜູ້ເສຍຊີວິດ‬ ຍັງບໍ່ຮູ້ລາຍລະອຽດ ແລະຍັງຢູ່ໃນຂັ້ນຕອນ ການສືບສວນຂອງເຈົ້າຫນ້າທີ່
ສ່ວນສົບຂອງຜູ້ກ່ຽວແມ່ນ ຝາກໄວ້ທີ່ ໂຮງເຢັນ ມູນນິທິຈີນ

ຖ້າໃຜຄິດວ່າແມ່ນຍາດພີ່ນ້ອງ ກະລຸນາຕິດຕໍ່ທາງ ຂໍ້ຄວາມເພຈ ຫລື 020 56668825
ຫນ່ວຍກູ້ໄພມູນນິທິ 1623 ຕ້ອງຂໍສະແດງຄວາມເສຍໃຈນຳຍາດພີ່ນ້ອງຂອງຜູ້ກ່ຽວ
--------------------------
ບາດເຈັບສຸກເສີນ 1623 ຟຣີ 24ຊົ່ວໂມງ



ທີ່ມາ:http://www.tholakhong.com/2016/06/3_27.html

วันศุกร์ที่ 24 มิถุนายน พ.ศ. 2559

ກະບະຕຳກັນເປັນການຕຳທີ່ບໍ່ເຄີຍເຫັນມາກ່ອນ ແລະເຈີດໄປ ຕຳຮ້ານກາເຟ ປາຣິຊຽນ ທີ່ຖະໜົນສາມແສນໄທ (ມີຮູປ)


ຕອນເຊົ້າວັນທີ 24/6/2016 ເກີດອຸບັດຕິເຫດ ລົດກະບະ ຕຳກັນແລ້ວ ເສຍຫຼັກ ໄປຕຳເອົາຮ້ານ ກາເຟ ປາຣີຊຽນ, ທີ່ຖະໜົນສາມແສນໄທ ນະຄອນຫຼວງວຽງຈັນ. ເຫດດັ່ງກ່າວ ເຮັດໃຫ້ລົດຕີດດິນສົມຄວນ.
ບໍ່ມີລາຍງານຜູ້ບາດເຈັບ, ແຕ່ສະພາບລົດ ແມ່ນເສຍຫາຍໜັກ, ໜ້າຮ້ານກາເຟ ປາຣີຊຽນກໍ່ເສຍຫາຍຫຼາຍ.


ສາເຫດແມ່ນເກີດຈາກ ລົດລົດລີໂວ (ເປັນຄົນຕ່າງຊາດ) ຂັບລົດຢ້ອນສອນ ມາແຕ່ທາງຫໍວັດທະນາທຳ ສ່ວນລົດວີໂກ້ ແມ່ນມາແຕ່ທາງໂຮງແຮມເສດຖາປາລາ ຕຳກັນທີ່ສີ່ແຍກເຮັດໃຫ້ລົດເສຍຫັກເຂົ້າໄປຕຳຮ້ານກາເຟ ປາຣີຊຽນ. ຈາກຂໍ້ມູນໃຫ້ຮູ້ວ່າ ຊາວຕ່າງຊາດ ທີ່ຂີ່ລົດຢ້ອນສອນ ແມ່ນມີອາການເມົາໜັກ.


ເຈົ້າໜ້າທີ່ ໄດ້ສອບສວນ ແລະ ຜູ້ທີ່ຂີ່ລົດຣີໂວ້ ແມ່ນຍອມຮັບຜິດ ໃນເຫດຄັ້ງນີ້ ແລະ ພ້ອມຊົດເຊີຍຄ່າເສຍຫາຍ. ເຖິງຢ່າງໃດກໍ່ດີ ເຈົ້າໜ້າທີ່ຕ້ອງລົງໂທດຢ່າງໜັກ ໃນກໍລະນີ ເມົາແລ້ວຂັບ ແລະ ການຂີ່ລົດຜິດກົດຈາລະຈອນ.

ພາບແລະຂ່າວ: ນັກຂ່າວສັນຈອນ




ທີ່ມາ:http://www.tholakhong.com/2016/06/blog-post_24.html

วันพฤหัสบดีที่ 23 มิถุนายน พ.ศ. 2559

ເຫັນແລ້ວອິດສາເດ້ ພະມ່າທີ່ໄດ້ປະຊາທິປະໄຕແລະໄດ້ຜູ້ນຳມາຈາກການເລືອກຕັ້ງ!!! ຄື່ນມະຫາຊົນລາວມຽນມ່າທີ່ອອກມາຕອນຮັບອອງຊານຊູຈີທີ່ມາຢຽມໄທ


แรงงานพม่าที่มารอต้อนรับ ‘แม่ซูจี’ ถูกกันอยู่ด้านนอกตลาดทะเลไทย เกิดไม่พอใจ พากันมากั้นรถบัสขนแรงงาน 500 คน ที่ถูกจัดสรรมาไม่ให้เข้าไปด้านใน ขณะที่ LPN ประชุม ยื่น 5 ข้อเรียกร้องเพื่อคุณภาพชีวิตแรงงานข้ามชาติ...

วันที่ 23 มิ.ย. 59 ผู้สื่อข่าวรายงาน บรรยากาศที่ตลาดทะเลไทย อ.เมือง จ.สมุทรสาคร ที่มีการจัดเตรียมสถานที่ พร้อมมวลชน เพื่อต้อนรับ นางออง ซาน ซูจี ที่ปรึกษาแห่งรัฐแห่งสาธารณรัฐแห่งสหภาพเมียนมา ที่จะเดินทางมาถึงในเวลาประมาณ 16.30 น. 'ออง ซาน ซูจี' ถึงไทยแล้ว เตรียมพบแรงงานพม่า ที่ 'ตลาดทะเลไทย' เย็นนี้

ทั้งนี้ เจ้าหน้าที่ตำรวจ กับทหารของค่ายกำแพงเพชรอัครโยธิน มีการตั้งจุดตรวจรักษาความปลอดภัย และยังไม่อนุญาตให้แรงงานข้ามชาติที่เดินทางมารอต้อนรับ นางออง ซาน ซูจี เข้ามาภายในบริเวณลานต้อนรับ เนื่องจากต้องรอให้ถึงกำหนดเวลาตามที่ได้วางแผนปฏิบัติงานไว้ อีกทั้ง ยังต้องมีการตรวจค้นอย่างละเอียด เพื่อรักษาความปลอดภัยให้แก่ นางออง ซาน ซูจี


ขณะเดียวกัน ในช่วงสายของวันนี้ มูลนิธิเครือข่ายส่งเสริมคุณภาพชีวิตแรงงาน หรือ LPN ได้ร่วมกับ เครือข่ายความร่วมมือแรงงานข้ามชาติในประเทศไทย และ คณะกรรมการสมานฉันท์คุ้มครองสิทธิแรงงานข้ามชาติชาวพม่าในประเทศไทย จัดเวทีและแถลงข่าวเรื่อง "เสียงจากแรงงานข้ามชาติชาวพม่าถึงนางออง ซาน ซูจี เพื่อสุข สันติภาพ และความยุติธรรมในประเทศไทย" โดยเปิดโอกาสให้แรงงานข้ามชาติที่มาเข้าร่วมกิจกรรมเขียนแสดงความคิดเห็น และความต้องการที่อยากจะสะท้อนให้ นางออง ซาน ซูจี ได้รับทราบ เบื้องต้น สรุปออกมาได้ 5 ประเด็นสำคัญ คือ

1. เรื่องของการขึ้นทะเบียนแรงงานข้ามชาติ และการตรวจพิสูจน์สัญชาติแรงงานที่เข้ามาทำงานใหม่ใ ห้เป็นไปอย่างถูกต้องตามกฎหมาย

2. ขอให้แรงงานข้ามชาติที่มีบัตรสีชมพู มีอิสรภาพในการเดินทางไปไหนมาไหนได้ทั่วทุกแห่งในประเทศไทย

3. ให้มีการจัดการเรื่องค่าแรง 300 บาท ให้ได้เท่าเทียมกันทั่วประเทศ

4. กำจัดขบวนการนำเข้าแรงงานอย่างไม่เป็นธรรม และพวกนายหน้าที่หลอกลวงแรงงานมาทำงานที่ไม่เป็นไปตามข้อตกลงตาม MOU




และ 5. ให้สิทธิขั้นพื้นฐานแก่ลูกหลานแรงงานข้ามชาติเท่าเทียมกับเด็กไทย ทั้งในเรื่องของการศึกษา และการเข้ารับบริการด้านสาธารณสุข

นอกจากนี้ ยังได้เพิ่มเติมโดยขอให้ นางออง ซาน ซูจี หรือ แม่ซูจี ที่ชาวเมียนมาเรียกกัน เร่งพัฒนาประเทศเพื่อให้คนเมียนมาที่เข้ามาทำงานในประเทศไทยได้กลับไปทำงานในประเทศของตนเอง มีการเพิ่มค่าแรง และสิทธิสวัสดิการในประเทศ รวมถึงขอให้มีการเจรจากับรัฐบาลไทย ในเรื่องของการคุ้มครองแรงงานข้ามชาติ ไม่ให้ถูกกดขี่ข่มเหงอย่างไม่เป็นธรรมอีกด้วย โดยข้อเรียกร้องทั้งหมดนี้จะส่งผ่านทางกระทรวงการต่างประเทศของไทย

อย่างไรก็ตาม ได้มีแรงงานจำนวนหนึ่งที่มารออยู่ และไม่ได้รับอนุญาตให้เข้าไปด้านในตลาดทะเลไทย เกิดไม่พอใจ พากันออกมากั้นรถบัสที่นำแรงงานเมียนมาจำนวน 500 คน เดินทางมาเข้าพบ นางออง ซาน ซูจี ไม่ให้เข้าไปภายในห้องประชุมตลาดทะเลไทย ทำให้รถที่นำแรงงานมา ต้องถอยไปหาทางเข้าด้านอื่น

มีรายงานว่าเวลาประมาณ 16.30 น. นางออง ซาน ซูจี ได้เดินทางไปถึงตลาดทะเลไทย อ.เมือง จ.สมุทรสาคร ท่ามกลางการดีใจของเหล่าแรงงานเมียนมา ที่ถือธงชาติเมียนมาและป้ายข้อความมารอต้อนรับจนแน่นขนัดเต็มพื้นที่โดยส่วนหนึ่งได้ฝ่าแนวกั้นเข้าไปในบริเวณลานเอนกประสงค์ของตลาดทะเลไทย โดยเจ้าหน้าที่ไม่สามารถควบคุมได้จนเกิดความโกลาหล

นอกจากนี้ แรงงานเมียนมายังร้องเพลงชาติจนกึกก้องขณะนางออง ซาน ซูจี ขึ้นไปบนอาคาร โดยบางคนกลั้นน้ำตาไม่อยู่ ร้องไห้ด้วยความดีใจพร้อมเรียกชื่อนางออง ซาน ซูจี พร้อมมีความหวังจะได้พูดคุยขณะยืนรออยู่หน้าอาคารตลาดทะเลไทย ท่ามกลางสายฝนที่โปรยปรายลงมา.

ທີ່ມາ:http://www.thairath.co.th/content/645464

ເຮັດຈິງຈັງແດ່ທ່ານຢ່າເວົ້າແຕ່ປາກ!!! ບັນດາເຈົ້າແຂວງຊີ້ແຈງ ແລະ ຕອບຂໍ້ຊັກຖາມຕໍ່ລັດຖະບານໃນກໍລະນີຍັງມີການເຄື່ອນຍ້າຍໄມ້ໃນບາງເຂດ


loading...


ຂປລ. ລະຫວ່າງກອງປະຊຸມຄະນະລັດຖະບານ ຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາເຈົ້າແຂວງໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ທີ່ນະຄອນຫລວງວຽງຈັນ ເຊິ່ງ ບັນດາທ່ານເຈົ້າແຂວງທົ່ວປະເທດໄດ້ຕອບຂໍ້ຊັກຖາມ ແລະ ຊີ້ແຈງເຫດຜົນຕໍ່ລັດຖະບານ ພາຍຫລັງຍັງມີບາງເຂດສືບຕໍ່ເຄື່ອນຍ້າຍໄມ້ ແລະ ສົ່ງໄມ້ອອກແບບລັບໆລີ້ໆ ນອກຈາກນັ້ນຍັງປຶກສາຫາລື ແລະ ພິຈາລະນາຫລາຍບັນຫາສໍາຄັນພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະ ມົນຕີ, ພ້ອມດ້ວຍສະມາຊິກລັດຖະບານເຂົ້າຮ່ວມ.


ກອງປະຊຸມໄດ້ດຳເນີນໄປແຕ່ວັນທີ 23-24 ມິຖຸນາ ນີ້. ເພື່ອພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາຫລາຍບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ແລະ ທ້ອງຖິ່ນ. ປະກອບຄຳຄິດ ເຫັນໃສ່ແຕ່ລະບັນຫາທີ່ໄດ້ນຳມາສະເໜີ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນທ້າຍສົກປີ 2015-2016; ມາດຕະການເກັບລາຍຮັບ 3 ເດືອນທ້າຍສົກປີ, 3 ເດືອນໄລຍະຂ້າມຜ່ານ ແລະ ການກະກຽມສ້າງແຜນການ-ການເງິນ ປີ 2017; ແຜນການແກ້ໄຂສະ ພາບຄ່ອງຕົວ ແລະ ຟື້ນຟູເສດຖະກິດໃນສະເພາະໜ້າ ແລະ ຍາວນານ; ການເບີກຈ່າຍເງິນເດືອນງວດ 3 (ເດືອນ 4 ແລະ ເດືອນ 5) 2016; ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້; ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ອື່ນໆ.

ທີ່ມາ:Pathedlao Lao

ກອງກວດກາພາສີ ນວ ຢຶດສິນຄ້າໜີພາສີໄດ້ຫຼາຍລາຍການ


ຕາມ​ການ​ລາຍ​ງານ​ຂອງທ່ານ ສົມ​ພິນ ອິນ​ທະ​ວົງ ຫົວໜ້າກອງ​ກວດກາ​ພາສີ ປະຈຳ​ນະຄອນ​ຫຼວງ​ວຽງ​ຈັນ ໃຫ້​ຮູ້​ໃນ​ວັນ​ທີ 20 ມິຖຸນາ 2016 ວ່າ: ເຈົ້າ​ໜ້າທີ່​ກອງ​ກວດກາ​ພາສີ​ນະຄອນຫຼວງ ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ເປັນ​ຢ່າງ​ດີ ໂດຍສາມາດ​ສະກັດ​ກັ້ນ​ການ​ລັກລອບໜີ​ພາສີ​ລຽບ​ຊາຍ​ແດນ ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ຍ້າຍສິນຄ້າ​ ພາຍ​ໃນ​ຂອບ​ເຂດ​ຄວາມຮັບຜິດຊອບ​ຕາມ​ກົດໝາຍ ແລະ ລະບຽບ​ການ​ກຳນົດ ເຊິ່ງ​ສາມາດຕິດຕາມ​ກວດກາ​ພົບ​ເຫັນ ແລະ ກັກ​ສິນຄ້າ​ເຄື່ອງ​ອຸປະໂພກ-ບໍ​ລິໂພກ​ທີ່​ຜູ້​ປະກອບ​ການ​ພະຍາຍາມ​ລັກລອບ​ໜີ​ພາສີ (ນອກ​ດ່ານ) ໄດ້​ຈຳນວນ​ໜຶ່ງຄື: ໃນ​ລະຫວ່າງວັນ​ທີ 17-18 ມິຖຸນາ 2016 ໄດ້ກັກ​ສິນຄ້າ​ປະເພດ​ເຄື່ອງໃຊ້​ໄຟຟ້າ ຕູ້ເຢັນ 7,8 ຄິວ ຍີ່ຫໍ້​ໄຮ​ເອີ ແລະ ຊຳ​ຊຸງ ຈຳນວນ 20 ໜ່ວຍ ຈັກຊັກ​ຜ້າ LG 13 ກິ​ໂລ ຈຳນວນ 30 ໜ່ວຍ ໂທລະພາບຍີ່ຫໍ້​ໄຮ​ເອີ 50 ນີ້ວ ແລະ ໂທລະພາບ​ຍີ່ຫໍ້ຊຳ​ຊຸງ 24 ນີ້ວ ຈຳນວນ 2 ໜ່ວຍ ເກີບ​ໂບກ ຈຳນວນ 44 ແກັດ ແລະ ກັກ​ພາຫະນະ​ລວມ​ມີ​ລົດກະບະ 4 ປະຕູ MITSUBISHI  ຈຳນວນ 1 ຄັນ ລົດ MAZDA ຈຳນວນ 1 ຄັນ ລົດ TOYOTA ຈຳນວນ 2 ຄັນ ແລະ ລົດ​ຈິບ 5 ປະຕູ TOYOTA ຈຳນວນ 1 ຄັນ ເຊິ່ງລົດ​ຈຳນວນ​ດັ່ງກ່າວ​ນີ້ ​ເມື່ອ​ຕິດຕາມ​ສົມທົບ​ກັບ​ຄົມມະນາຄົມ ເພື່ອ​ກວດກາ​ຕົວ​ຈິງ​ເຫັນ​ວ່າ​ໃຊ້ປ້າຍ​ປອມ ແລະ ທະບຽນ​ປອມ ເຊິ່ງ​ບໍ່​ມີ​ຢູ່​ໃນ​ກົງ​ໂຕນ.

ທ່ານ ສົມ​ພິນ ອິນ​ທະ​ວົງ ໃຫ້​ຮູ້​ອີ​ກວ່າ: ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າໜ້າທີ່​ກອງ​ກວດກາ​ພາສີ​ນະຄອນຫຼວງ ຍັງ​ໄດ້​ກັກ​ຢຶດ​ສິນຄ້າ​ປະເພດ​ຢາ​ປົວ​ສຸຂະພາບ ຈຳນວນ 19 ລາຍການ ທີ່​ບໍ່​ມີ​ເອກະສານເສຍ​ພາສີ​ນຳ​ເຂົ້າ ແລະ ເອກະສານຈາກ​ພາກສ່ວນ​ກ່ຽວຂ້ອງ ເຊິ່ງ​ຢາ​ຈຳນວນ​ດັ່ງກ່າວ​ທາງ​ກົມອາຫານ ແລະ ຢາ ກະຊວງ​ສາທາ​ລະນະ​ສຸກ​ໄດ້​ຢັ້ງຢືນ​ວ່າ: ຢາຈຳນວນ​ດັ່ງກ່າວ​ບໍ່​ອະ​ນຸ​ຍາດ​ໃຫ້ໃຊ້​ ເນື່ອງ​ຈາກ​ມີ​ຄວາມ​ສ່ຽງ​ທາງດ້ານ​ຄວາມ​ປອດ​ໄພ ​ຕໍ່​ຜູ້​ໃຊ້​ຢາ​ທີ່​ບໍ່ທັນ​ຂຶ້ນ​ທະບຽນໃນ ​ສປປ ລາວ ຈຶ່ງ​ສະເໜີ​ໃຫ້​ມີ​ການ​ທຳລາຍ​ຖິ້ມ.

ທີ່ມາ:http://vientianemai.net/khao/16074.html 

วันพุธที่ 22 มิถุนายน พ.ศ. 2559

ເຕື່ອນພີ່ນ້ອງຊາວ!!!ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ເລືອດອອກພັນກວ່າກໍລະນີ


ທົ່ວ​ປະເທດ ມີ​ຜູ້​ຕິດເຊື້ອໄຂ້ເລືອດອອກ​ແລ້ວ ຫຼາຍ​ກວ່າ 1 ພັນ​ຄົນ ຕາມ​ການ​ລາຍ​ງານ​ຂອງ​ໜ່ວຍ​ເຝົ້າ​ລະວັງ​ພະຍາດ ກະຊວງ​ສາທາລະນະ​ສຸກ ໃຫ້​ຮູ້​ວ່າ: ຈາກ​ການ​ເຝົ້າ​ລະວັງ​ພະຍາດ​ໄຂ້ເລືອດອອກ​ປີ​ນີ້ ເຖິງ​ວ່າ​ຈະ​ບໍ່​ມີ​ການ​ລະບາດ​ໃຫຍ່ ແຕ່​ມາ​ຮອດ​ປັດຈຸບັນ​ ມີ​ຈຳນວນ​ຜູ້​ຕິດເຊື້ອ​ແມ່ນ​ມີ​ອັດຕາ​ທີ່​ສູງ ແລະ ຮ້າຍ​ແຮງ ຖ້າ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ຄືນັບ​ແຕ່​ເດືອນ​ມັງກອນ ມາ​ຮອດ​ປັດຈຸບັນ ທົ່ວ​ປະເທດ​ມີ​ຜູ້​ຕິດເຊື້ອໄຂ້ເລືອດອອກ​ແລ້ວ​ຫຼາຍ​ກວ່າ 1.077 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 7 ຄົນ ໃນ​ນັ້ນ 


ແຂວງ​ທີ່​ມີ​ຈຳນວນ​ຜູ້​ຕິດເຊື້ອ ແລະ ເສຍ​ຊີວິດ​ຫຼາຍ​ກວ່າ​ໝູ່​ແມ່ນຈຳປາ​ສັກ 596 ກໍລະນີ ແລະ ເສຍ​ຊີວິດ 6 ຄົນ ບໍ​ລິ​ຄຳ​ໄຊ 80 ກໍລະນີ ນະຄອນຫຼວງ​ວຽງ​ຈັນ 78 ກໍລະນີ ປັດຈຸບັນ​ພາກສ່ວນ​ກ່ຽວຂ້ອງ​ ພວມ​ເລັ່ງ​ຄວບ​ຄຸມພະ​ຍາດ​ດັ່ງກ່າວ ໂດຍ​ສະເພາະ​ຢູ່​ແຂວງ​ທີ່​ມີ​ຈຳນວນ​ຜູ້​ຕິດເຊື້ອ​ຫຼາຍ ແລະ ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ ໂດຍ​ການ​ປະສານ​ສົບ​ທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ ກຳຈັດ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ທີ່​ເປັນ​ພາຫະ​ນຳ​ເຊື້ອ.

ພ້ອມ​ນັ້ນ ເມື່ອ​ມໍ່ໆມານີ້ ພາກ​ລັດຖະບານ ກໍ່​ຄື​ກະຊວງ​ສາທາລະນະ​ສຸກ ໄດ້​ອະນຸມັດ​ເງິນ​ຈຳນວນ 800 ລ້ານ​ກີບ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ.

ທີ່ມາ:http://vientianemai.net/khao/16068.html

ຈັງແມ່ນຄັກເນາະພີ້ນ້ອງບໍ່ຕ່າງກັບໄທເລີຍ!!!! ກວດພົບຊິງຊັ່ງສິນຄ້າບໍ່ໄດ້ມາດຕະຖານຫຼາຍ 10 ໜ່ວຍ

ຈັງແມ່ນຄັກເນາະພີ້ນ້ອງບໍ່ຕ່າງກັບໄທເລີຍ!!!! ກວດພົບຊິງຊັ່ງສິນຄ້າບໍ່ໄດ້ມາດຕະຖານຫຼາຍ 10 ໜ່ວຍ 


ປັດຈຸບັນ ການ​ເໜັງ​ຕີງ​ຂອງລາຄາ​ສິນຄ້າ​ບາງ​ປະເພດ ​ຢູ່​ຕາມຕະຫຼາດ​ທົ່ວ​ນະຄອນຫຼວງ​ວຽງຈັນ ແມ່ນ​​ຂຶ້ນ ເປັນຕົ້ນ​ແມ່ນ ປະເພດ​ສິນຄ້າ​ອຸປະໂພກ-ບໍລິໂພກ ເວົ້າ​ລວມ ເວົ້າສະເພາະ ປະເພດ​ຊີ້ນ ແລະ ປາ ເພື່ອ​ເປັນການ​ບໍ່​ເອົາ​ລັດ​ເອົາ​ປຽບ​ຜູ້​ບໍ​ລິໂພກ​ຈາກ​ຊາວ​ຄ້າຂາຍ ໂດຍ​ສະເພາະ​ການ​ດັດແປງ​ຊິງ​ຊັ່ງ ວັນ​ທີ 21 ມິຖຸນາ 2016 ຫ້ອງການ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເມືອງ​ຈັນທະ​ບູ​ລີ ຮ່ວມ​ກັບ​ຈັດ​ສັນຕະຫຼາດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ລົງ​ກວດກາ ແລະ ວັດແທກ​ມາດຕະຖານ​ຊິງ​ຊັ່ງ​ຂອງຊາວ​ຄ້າຂາຍ​ປະເພດ ຊີ້ນ ປາ ແລະ ອື່ນໆ​ຢູ່​ຕະຫຼາດ​ໂພນ​ຕ້ອງສະຫວ່າງ ເມືອງ​ຈັນທະ​ບູ​ລີ.

ທ່ານ ວຽງ​ສະຫວັນ ມຸນ​ນິ​ວົງ ຮອງ​ຫົວໜ້າ​ຫ້ອງການ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ເມືອງຈັນທະ​ບູ​ລີ ໄດ້​ກ່າວ​ວ່າ: ຄະນະກວດກາ​ຂອງ​ພວກ​ເຮົາ​ໄດ້​ລົງກວດກາ ຊິງ​ຊັ່ງ​ຢູ່​ຕະຫຼາດ​ເປົ້າໝາຍ ຈຳນວນ 4 ແຫ່ງ ເລີ່ມແຕ່​ວັນ​ທີ 9 ມິຖຸນາ 2016 ຜ່ານມາ ປະກອບ​ມີ​ຕະຫຼາດ​ທົ່ງ​ຂັນຄຳ ໂພນ​ຕ້ອງຈອມ​ມະນີ ຫ້ວຍ​ຫົງ ແລະ ຕະຫຼາດ​ໂພນຕ້ອງ​ສະຫວ່າງ ຜ່ານ​ການ​ລົງກວດກາ​ຄັ້ງ​ນີ້ ​ໄດ້​ກວດ​ພົບ​ຊິງຊັ່ງ​ບໍ່​ໄດ້​ມາດຕະຖານ ຈຳນວນ 11 ໜ່ວຍ ສຳລັບ​ຊິງ​ຊັ່ງ​ທີ່​ບໍ່​ໄດ້​ມາດຖານ​ດັ່ງກ່າວ​ ແມ່ນ​ຈະ​ໄດ້​ນຳໄປ​ທຳລາຍຖິ້ມ ພ້ອມ​ທັງ​ໃຫ້​ຄະນະ​ຈັດ​ສັນ​ຕະຫຼາດ​ຈົດ​ບັນທຶກ​ປະຈຳ​ວັນ ແລະ ສຶກ​ສາ​ອົບຮົມ​ເຈົ້າ​ຂອງ​ຮ້ານ​ທີ່​ກະທຳ​ຜິດ ໂດຍ​ສະເພາະແມ່ນ​ກົດໝາຍ​ວັດແທກ ແລະ ກົດໝາຍອາຍາ ຕາມ​ມາດຕາ 150 ວ່າດ້ວຍ​ການ​ດັດແປງ​ການ​ດັດ​ປັບສິ່ງ​ຂອງ.

ການ​ລົງ​ກວດກາ​ວຽກ​ງານມາດຕະຖານ ແລະ ວັດແທກ​ປະເພດ​ຊິງ​ຊັ່ງ​ທົ່ວ​ໄປ ​ຕາມ​ຕະຫຼາດທົ່ວ​ເມືອງ​ຈັນທະ​ບູ​ລີ ປະຈຳ​ປີ 2016 ເພື່ອ​ເປັນ​ການຈັດຕັ້ງ​ຜັນຂະຫຍາຍ​ວຽກ​ງານ 3 ສ້າງຂອງ​ເມືອງ ທັງ​ເປັນ​ການ​ກວດຄືນກ່ຽວ​ກັບ​ການ​ປະຕິບັດ​ລະບຽບການ ແລະ ມາດ​ຕະການ​ໃນ​ການຄ້າຂາຍ​ສິນຄ້າ​ຕາມ​ຕະຫຼາດພາຍ​ໃນ​ເມືອງ​ ໃຫ້​ມີ​ຄວາມ​ຖືກຕ້ອງ ປອດ​ໃສ ແລະ ບໍ່​ເອົາ​ລັດເອົາ​ປຽບ​ຜູ້​ບໍລິໂພກ.

ທີ່ມາ: http://vientianemai.net/khao/16066.html

ເຕື່ອນພີ່ນ້ອງ ລະດຸຝົນຕ້ອງລະວັງເປັນພິເສດເດີ (ມີພາບ)


ສິ່ງທີ່ຄວນລະວັງ ແລະ ເອົາໃສ່ກ່ຽວກັບງູມັກອາໃສຢູ່ໃນເຮືອນ ແລະ ຫລົບລີ້ຕາມອຸປະກອນ, ເຄື່ອງໃຊ້ ແລະ ສິ່ງຕ່າງ.




ທີ່ມາ:ພາບ Pathedlao Lao 

ເຕືອນສາຍຫື່ນ ລະວັງເຊັກໂຟນ ພາຊວຍ


ເຕືອນໄພບັນດາສາຍຫື່ນທັງຫຼາຍ ອາດຕົກເປັນເຫຍື່ອຂອງ ພວກຕົ້ມຕຸນ ແລະ ອາສະຍາກຳ ອ່ອນລາຍ.
ນີ້ເປັນອີກປະສົບການຂອງຄົນທີ່ຖືກ ພວກມິດສາຊີບ ຈອບໃຫ້ມີ ເຊັກໂຟນ ແລ້ວຖືກອັດຄລິບ. ຈາກນັ້ນກໍ່ຂູ່ເອົາເງິນ. ຖ້າບໍ່ເອົາໃຫ້ ພວກມັນກໍ່ຈະເອົາຄລິບ ລົງເຮັດອານາຈານ.

ອ່ານປະສົບການຂອງຊາຍຄົນນີ້......


ທີ່ມາ:http://www.tholakhong.com/2016/06/blog-post_28.html


วันจันทร์ที่ 20 มิถุนายน พ.ศ. 2559

ກົ້ນຂີ້ຖັ່ງ!! ເຈີງູເຫົ່າໃນຫ້ອງນ້ຳ (ມີຄລິບພ້ອມ)


 ໃນຕອນແລງວັນທີ 18 ມິຖຸນາ 2016 ຜ່ານມາ, ເຟສບຸກຊື Chip Syphomphakdy ໄດ້ໂພດພາບງູເຫົ່າ ທີ່ເຂົ້າມາໃນຫ້ອງນ້ກຂອງຜູ້ກ່ຽວ. ເຊິ່ງເຮັດໃຫ້ລາວຕົກໃຈຈົນເກືອບຫົວໃຈວາຍ. ເພາະເປັນງູທີ່ມີພິດຮ້າຍແຮງ. ຜູ້ກ່ຽວໄດ້ໃຊ້ ໄມ້ຈັດການງູໂຕດັ່ງກ່າວ.

ທີ່ຜ່ານມາ ໄດ້ຍິນຂ່າວເລື້ອຍໆ ຈາກປະເທດອື່ນ ທີ່ງູເຂົ້າຫ້ອງນ້ຳ. 

ດັ່ງນັ້ນ, ຈິ່ງເຕືອນໄພ ໃຫ້ທຸກຄົນລະມັດລະວັງ






ທີມາ:http://www.tholakhong.com/2016/06/blog-post_20.html

Recent Post