Latest News

วันเสาร์ที่ 2 กรกฎาคม พ.ศ. 2559

ງາມຫລາຍພີ່ນ້ອງ ຢ່າລືມກົດໄລກົດແຊເດີ!!! ສ້າງ ນວ ໃຫ້ເປັນພື້ນທີ່ອະນຸຮັກສິ່ງແວດລ້ອມຕາມທິດຍືນຍົງ


loading...


ທ່ານ ແກ້ວ​ພິລາ​ວັນ ອາ​ໄພລາດ ຮອງ​ເຈົ້າ​ຄອງ ນວ ໄດ້​ກ່າວໃນ​ກອງ​ປະຊຸມ​ວິຊາ​ການ​ເພື່ອ​ປຶກສາ​ຫາລື ​ກ່ຽວ​ກັບ​ການ​ສະເໜີ​ຮັບຮອງ​ເອົາ​ແຜນ​ຍຸດ​ທະ​ສາດ​ ການພັດທະນາ​ຜັງເມືອງ ແລະ ກົດ​ລະບຽບ​ຄຸ້ມ​ຄອງ​ຕົວ​ເມືອງ​ວຽງ​ຈັນ ວັນ​ທີ 29 ມິຖຸນາ 2016 ຢູ່​ພະແນກ​ໂຍທາ​ທິ​ການ ແລະ ຂົນສົ່ງ (​ຍທຂ.ນວ) ວ່າ: ທິດ​ທາງ​ລວມ ແລະ ຄາດໝາຍ​ໃຫຍ່​ໃນ​ການພັດທະນາ ນວ ໃນ​ທ້າຍ​ທົດ​ສະວັດ​ທີ II ແລະ ທີ III ຂອງ​ສະຕະວັດ​ທີ XXI ຈຳເປັນ​ຕ້ອງ​ກຳນົດ​ວິໄສ​ທັດ​ການ​ພັດທະນາ ນວ ແຕ່ລະ​ໄລຍະ​ຈົນ​ຮອດ​ປີ 2030 ເພື່ອຮັກສາ ແລະ ເຊີດ​ຊູ​ຖານະ​ບົດບາດ​ໃຫ້ ນວ ເປັນໃຈ​ກາງ​ດ້ານວັດທະນະທຳ​ຂອງ​ຊາດ ສ້າງ ນວ ໃຫ້​ເປັນ​ພື້ນ​ທີ່​ຕົວຢ່າງ​ຂອງ​ການອະນຸ​ຮັກ​ສິ່ງແວດລ້ອມ​ຕາມ​ທິດຍືນ​ຍົງ ມີ​ພື້ນ​ທີ່​ສີຂຽວ ແລະ ເປັນ​ຕົວ​ເມືອງ​ທຳ​ມະ​ຊາດ​ໃນ​ອະນາ​ຄົດ ສູ້​ຊົນ​ພັດທະນາ​ເຂດ​ເທສະ​ບານ ນວ ໃຫ້​ຫຼຸດ​ພົ້ນ​ອອກຈາກ​ສະຖານະ​ພາບ​ດ້ອຍ​ພັດ​ທະນາ ເປັນ​ຕົວ​ເມືອງ​ໜ້າ​ຢູ່​ຕາມ​ຄຳຂວັນ 6ສ ໃຫ້​ໄດ້​ໂດຍ​ພື້ນຖານດ້ານ​ພື້ນຖານ​ໂຄງ​ລ່າງ ​ຍທຂ ສິ່ງອຳນວຍ​ໃນ​ການ​ດຳລົງ​ຊີວິດ​ລາຍໄດ້ ແລະ ຄຸນະພາບ​ຊີວິດ​ຂອງປະຊາຊົນ ແລະ ຄວາມ​ສ່ຽງ​ຂອງເສດຖະກິດ ສາມາດ​ປະກາດ​ໃຊ້ແຜນຜັງ​ການ​ພັດທະນາ ນວ ສະບັບ​ໃໝ່​ອອກ​ເປັນ 3 ເຂດຄື: ເທສະ​ບານ (ໃຈກາງ ນວ) ເຂດຊານເມືອງ (ເຂດ​ເຊື່ອມ​ຕໍ່) ແລະ ເຂດ​ເມືອງ​ອ້ອມ​ຂ້າງ ນວ.

loading...


ນວ ໄດ້​ຮັບ​ການ​ສະໜັບ​ສະໜູນ​ຈາກ​ອົງການ​ໄຈ​ກາ ໃນ​ການສຶກ​ສາ​ວິໄສ​ທັດ​ພັດທະນາ​ຮອດ​ປີ 2030 ແລະ ໄດ້​ຖືກ​ຮັບຮອງ​ໂດຍພື້ນຖານ​ຈາກ​ລັດຖະບານ ​ນັບ​ແຕ່ປີ 2012 ເປັນຕົ້ນ​ມາ ອີງໃສ່​ມາດຕາ 2 ຂອງ​ກົດໝາຍ​ວ່າ​ດ້ວຍ​ຜັງເມືອງ​ນັ້ນ ເອກະສານ​ຜັງເມືອງຕ້ອງ​ປະກອບ​ດ້ວຍ​ຍຸດ​ທະ​ສາດແຜນຜັງ ແລະ ກົດ​ລະບຽບ​ຄຸ້ມຄອງ​ຕົວ​ເມືອງ​ວຽງ​ຈັນ ເຊິ່ງ​ຈະຕ້ອງ​ໄດ້​ນຳ​ສະເໜີ​ນາຍົກ​ລັດ​ຖະມົນຕີ ເພື່ອ​ພິຈາລະນາ​ຮັບຮອງເອົາ ຈຶ່ງ​ຈະ​ມີ​ຜົນ​ສັກສິດ​ໃນ​ການຈັດ​ຕັ້ງ​ປະຕິບັດ ສະນັ້ນ ຈຶ່ງ​ຮຽກຮ້ອງ​ມາ​ຍັງ​ບັນດາ​ທ່ານ​ຄົ້ນຄວ້າ ປະກອບ​ຄຳ​ເຫັນ​ໃສ່​ເອກະສານດັ່ງກ່າວ ແລ້ວ​ກ້າວ​ສູ່​ຄວາມເປັນ​ເອກະ​ພາບ ກ່ອນ​ນຳ​ສະເໜີນາຍົກລັດຖະມົນຕີ​ພິຈາລະນາຮັບຮອງ​ເອົາ.


loading...

ທີ່ມາ:http://vientianemai.net/khao/16114.html

ไม่มีความคิดเห็น:

แสดงความคิดเห็น

Recent Post