Latest News

วันพุธที่ 29 มิถุนายน พ.ศ. 2559

ລັດຖະບານລາວປະກາດປະຕິຮູບຄັ້ງໃຫຍ່ໂດຍຫັນວິທີລະບົບເກັບພາສີ-ອາກອນແບບຈ່າຍເງິນສົດ ມາເປັນລະບົບທັນສະໄໝທີ່ຕ້ອງຈ່າຍຜ່ານທະນາຄານ


loading...


ລັດຖະບານລາວປະກາດປະຕິຮູບຄັ້ງໃຫຍ່ໂດຍຫັນວິທີລະບົບເກັບພາສີ-ອາກອນແບບຈ່າຍເງິນສົດ ມາເປັນລະບົບທັນສະໄໝທີ່ຕ້ອງຈ່າຍຜ່ານທະນາຄານ ແລະ ເອເລັກໂຕຣນິກທັນສະໄໝເພື່ອຮັບປະກັນບໍ່ໃຫ້ລາຍຮັບຂອງລັດຮົ່ວໄຫລແບບຊະຊາຍຢາຍຢັງ ແລະ ຍັງເປັນການຢັ້ງຢືນເຖິງແນວທາງນະໂຍບາຍຂອງພັກ-ລັດຄືຮັບປະກັນເຮັດໃຫ້ປວງຊົນລາວທັງຊາດຮັ່ງມີເຂັ້ມແຂງ ມີຄວາມຜາສຸກ ສັງຄົມມີຄວາມໂປ່ງໃສຍຸຕິທໍາ ມີຄວາມສະຫງົບສຸກ ເປັນລະບຽບຮຽບຮ້ອຍ
----------------------------------
ຂປລ. ລັດຖະບານລາວວາງແຜນປະຕິຮູບລະບົບການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍນໍາໃຊ້ລະບົບທີ່ທັນສະໄໝໃນອະນາຄົດນີ້ເພື່ອຮັບປະກັນບໍ່ໃຫ້ລາຍຮັບຂອງລັດຮົ່ວໄຫລຊະຊາຍ ທັງເປັນການສ້າງຄວາມໂປ່ງໃສ ແລະ ຍຸຕິທໍາໃນຖັນແຖວພະນັກງານຢ່າງຕັ້ງໜ້າ ຂະນະທີ່ ການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມແມ່ນຖານສ້າງແຫລ່ງລາຍຮັບຕົ້ນຕໍຂອງລັດຖະບານ. 
ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວຊີ້ນໍາໃຫ້ຂະແໜງການຕ່າງໆ ຢູ່ສູນກາງ ແລະ ບັນດາແຂວງ ນໍາໄປຈັດຕັ້ງປະຕິບັດດ້ວຍຄວາມຮັບຜິດຊອບ ຕາມບັນດາໜ້າວຽກຢູ່ກອງປະຊຸມລັດຖະບານ ຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ເຈົ້າແຂວງໃນທົ່ວປະເທດໃນວັນທີ 23-24 ມິຖຸນາ 2016 ນີ້ວ່າ: ໄດ້ເຫັນດີເປັນເອກະພາບໃຫ້ນໍາໃຊ້ການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍໃຊ້ລະບົບທີ່ທັນສະໄໝ ຄຽງຄູ່ກັບການເອົາເຂົ້າລະບຽບຫລັກການຢ່າງເຂັ້ມງວດແລ້ວມອບໃຫ້ກະຊວງການເງິນສົມທົບກັບພາກສ່ວນກ່ຽວຂ້ອງຈັດຕັ້ງພະນັກງານລົງເດີນສໍາຫລວດເກັບກໍາຂໍ້ມູນບັນດາຫົວໜ່ວຍທຸລະກິດ ທີ່ເປັນຖານລາຍຮັບທົ່ວປະເທດ.



loading...

ລະຫວ່າງກອງປະຊຸມນັ້ນ ບັນດາທ່ານ ລັດຖະມົນຕີ, ເຈົ້າແຂວງ ແລະ ເຈົ້າໜ້າທີ່ກ່ຽວຂ້ອງກໍໄດ້ປະກອບສ່ວນຄວາມຄິດຄວາມເຫັນຢ່າງກົງໄປກົງມາໂດຍລະບຸວ່າ: ຜ່ານມາຫລາຍປີ, ຂະແໜງການກ່ຽວຂ້ອງໄດ້ນໍາໃຊ້ວິທີການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມດ້ວຍວິທີຮັບເປັນເງິນສົດ ແລະ ຜ່ານລະບົບຫລາຍຂັ້ນຕອນ ເຊິ່ງໄດ້ເຮັດໃຫ້ລາຍຮັບຈາກພາສີ-ອາກອນຕ່າງໆຮົ່ວໄຫລ ແລະ ບໍ່ເຂົ້າງົບປະມານຂອງລັດຖະບານເປັນຈໍານວນບໍ່ໜ້ອຍ ພ້ອມນີ້ ຖ້າການຈັດຕັ້ງປະຕິບັດວິທີຮັບເປັນເງິນສົດ ແລະ ຜ່ານລະບົບຫລາຍຂັ້ນຕອນຜ່ານຍາວນານ ແລະ ບໍ່ມີວິທີແກ້ໄຂທັນການຈະເຮັດໃຫ້ພະນັກງານຈໍານວນລຶ້ງເຄີຍກາຍເປັນນິໃສ ສຸດທ້າຍກໍເປັນວັດທະນະເກີດຂຶ້ນໃນກະໂຕຂອງເຂົາເຈົ້າແບບອັດຕະໂນມັດຈົນເປັນການຍາກຈະແກ້ໄຂໄດ້. ດ້ວຍເຫດດັ່ງກ່າວເຫັນວ່າການນໍາໃຊ້ລະບົບການເກັບພາສີ-ອາກອນ ແລະ ອາກອນມູນຄ່າເພີ່ມໂດຍໃຊ້ລະບົບທີ່ທັນສະໄໝເປັນຕົ້ນແມ່ນຈ່າຍຜ່ານທະນາຄານ, ຈ່າຍລະບົບເອເລັກໂຕຣນິກ ແລະ ລະບົບອື່ນໆທີ່ທີ່ທັນສະໄໝຈະສາມາດຫລຸດຜ່ອນການຮົ່ວໄຫລງົບປະມານຂອງລັດ, ສາມາດກໍາຈັດການສໍ້ລາດບັງຫລວງ ແລະ ຫລຸດຜ່ອນການເອົາລັດເອົາປຽນກັນໃນສັງຄົມ ເຊິ່ງຈະເຮັດໃຫ້ບັນຫາຫຍໍ້ທໍ້ໃນສັງຄົມຫລຸດຜ່ອນລົງໄດ້ຫລາຍທີ່ສຸດ ຂະນະດຽວກັນນັ້ນ ຍັງເປັນການສ້າງບັນທັດຖານຄວາມໂປ່ງໃສ, ຄວາມເທົ່າທຽມກັນ ແລະ ຄວາມຍຸຕິທໍາເພີ່ມຂຶ້ນຕາມລໍາດັບຈະແຈ້ງ. ຂ່າວ: ຮັກຊາດ

ທີ່ມາ:Pathedlao Lao

loading...


ไม่มีความคิดเห็น:

แสดงความคิดเห็น

Recent Post