Latest News

วันอังคารที่ 28 มิถุนายน พ.ศ. 2559

ສັງຄົມຢູ່ຍາກຂື້ນທຸກມື້ຕຳແລ້ວຫນີ້!!! ເຫດລົດໃຫຍ່ກັບລົດຈັກຕໍາກັນ‬ ເສຍຊີວິດຄາທີ່1ຄົນ



loading...



ໃນວັນທີ 28/06/2016 ເວລາ 02:25 ໂມງ ໄດ້ຮັບແຈ້ງເຫດເຂົ້າເບີສຸກເສີນ1623ວ່າ ມີລົດໃຫຍ່ຕຳກັບລົດຈັກຢູ່ເຂດບ້ານດົງນາໂຊກ ເມືອງ ສີໂຄດຕະບອງ ນະຄອນຫລວງວຽງຈັນ
ເມື່ອໄປຮອດຈຸດເກີດເຫດພົບຜູ້ເສຍຊີວິດ 1 ຄົນ ເປັນເພດຊາຍ ອາຍຸ 40 ປີ ລັກສະນະການເສຍຊີວິດແມ່ນມີການກະທົບຫົວຢ່າງແຮງເປັນເຫດໃຫ້ເສຍຊີວິດຄາທີ່.




loading...


ດັ່ງນັ້ນ ໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລ ຈຶ່ງໄດ້ເກັບມ້ຽນຮ່າງຂອງຜູ້ກ່ຽວ ແລ້ວນຳສົ່ງໃຫ້ຍາດພີ່ນ້ອງເພື່ອປະກອບພິທີທາງສາສະໜາ ຢູ່ວັດຈອມໄຕ
ກັບເຫດການທີ່ເກີດຂຶ້ນໃນຄັ້ງນີ້ ພວກເຮົາໜ່ວຍກູ້ໄພມູນນິທິຊ່ວຍເຫຼືອຄົນທຸກຍາກແຫ່ງ ສປປລ ຕ້ອງຂໍສະແດງຄວາມເສຍໃຈກັບຜູ້ປະສົບເຫດ ແລະຍາດພີ່ນ້ອງຜູ້ເສຍຊີວິດດ້ວຍ.
ພົບອຸປະຕິເຫດ ເຈັບ ປ່ວຍ ສຸກເສີນ ໂທ 1623 ຫຼື 02056668825 ຟຣີຕະຫຼອດ 24ຊົ່ວໂມງ.





loading...


ທີ່ມາ:Pathedlao Lao

ไม่มีความคิดเห็น:

แสดงความคิดเห็น

Recent Post