Latest News

วันพุธที่ 22 มิถุนายน พ.ศ. 2559

ເຕື່ອນພີ່ນ້ອງຊາວ!!!ທົ່ວປະເທດ ມີຜູ້ຕິດເຊື້ອໄຂ້ເລືອດອອກພັນກວ່າກໍລະນີ


ທົ່ວ​ປະເທດ ມີ​ຜູ້​ຕິດເຊື້ອໄຂ້ເລືອດອອກ​ແລ້ວ ຫຼາຍ​ກວ່າ 1 ພັນ​ຄົນ ຕາມ​ການ​ລາຍ​ງານ​ຂອງ​ໜ່ວຍ​ເຝົ້າ​ລະວັງ​ພະຍາດ ກະຊວງ​ສາທາລະນະ​ສຸກ ໃຫ້​ຮູ້​ວ່າ: ຈາກ​ການ​ເຝົ້າ​ລະວັງ​ພະຍາດ​ໄຂ້ເລືອດອອກ​ປີ​ນີ້ ເຖິງ​ວ່າ​ຈະ​ບໍ່​ມີ​ການ​ລະບາດ​ໃຫຍ່ ແຕ່​ມາ​ຮອດ​ປັດຈຸບັນ​ ມີ​ຈຳນວນ​ຜູ້​ຕິດເຊື້ອ​ແມ່ນ​ມີ​ອັດຕາ​ທີ່​ສູງ ແລະ ຮ້າຍ​ແຮງ ຖ້າ​ທຽບໃສ່​ໄລຍະ​ດຽວ​ກັນ​ຂອງ​ປີຜ່ານມາ ຄືນັບ​ແຕ່​ເດືອນ​ມັງກອນ ມາ​ຮອດ​ປັດຈຸບັນ ທົ່ວ​ປະເທດ​ມີ​ຜູ້​ຕິດເຊື້ອໄຂ້ເລືອດອອກ​ແລ້ວ​ຫຼາຍ​ກວ່າ 1.077 ກໍລະນີ ແລະ ມີ​ຜູ້​ເສຍ​ຊີວິດ​ແລ້ວ 7 ຄົນ ໃນ​ນັ້ນ 


ແຂວງ​ທີ່​ມີ​ຈຳນວນ​ຜູ້​ຕິດເຊື້ອ ແລະ ເສຍ​ຊີວິດ​ຫຼາຍ​ກວ່າ​ໝູ່​ແມ່ນຈຳປາ​ສັກ 596 ກໍລະນີ ແລະ ເສຍ​ຊີວິດ 6 ຄົນ ບໍ​ລິ​ຄຳ​ໄຊ 80 ກໍລະນີ ນະຄອນຫຼວງ​ວຽງ​ຈັນ 78 ກໍລະນີ ປັດຈຸບັນ​ພາກສ່ວນ​ກ່ຽວຂ້ອງ​ ພວມ​ເລັ່ງ​ຄວບ​ຄຸມພະ​ຍາດ​ດັ່ງກ່າວ ໂດຍ​ສະເພາະ​ຢູ່​ແຂວງ​ທີ່​ມີ​ຈຳນວນ​ຜູ້​ຕິດເຊື້ອ​ຫຼາຍ ແລະ ເຂດ​ທີ່​ມີ​ຄວາມ​ສ່ຽງ​ຕ່າງໆ ໂດຍ​ການ​ປະສານ​ສົບ​ທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ​ ກຳຈັດ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍ​ທີ່​ເປັນ​ພາຫະ​ນຳ​ເຊື້ອ.

ພ້ອມ​ນັ້ນ ເມື່ອ​ມໍ່ໆມານີ້ ພາກ​ລັດຖະບານ ກໍ່​ຄື​ກະຊວງ​ສາທາລະນະ​ສຸກ ໄດ້​ອະນຸມັດ​ເງິນ​ຈຳນວນ 800 ລ້ານ​ກີບ ເພື່ອ​ຮັບ​ໃຊ້​ເຂົ້າ​ໃນ​ວຽກ​ງານ​ດັ່ງກ່າວ.

ທີ່ມາ:http://vientianemai.net/khao/16068.html

ไม่มีความคิดเห็น:

แสดงความคิดเห็น

Recent Post