Latest News

วันพฤหัสบดีที่ 23 มิถุนายน พ.ศ. 2559

ກອງກວດກາພາສີ ນວ ຢຶດສິນຄ້າໜີພາສີໄດ້ຫຼາຍລາຍການ


ຕາມ​ການ​ລາຍ​ງານ​ຂອງທ່ານ ສົມ​ພິນ ອິນ​ທະ​ວົງ ຫົວໜ້າກອງ​ກວດກາ​ພາສີ ປະຈຳ​ນະຄອນ​ຫຼວງ​ວຽງ​ຈັນ ໃຫ້​ຮູ້​ໃນ​ວັນ​ທີ 20 ມິຖຸນາ 2016 ວ່າ: ເຈົ້າ​ໜ້າທີ່​ກອງ​ກວດກາ​ພາສີ​ນະຄອນຫຼວງ ໄດ້​ເອົາໃຈໃສ່​ເຄື່ອນ​ໄຫວປະຕິບັດ​ໜ້າທີ່​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ​ເປັນ​ຢ່າງ​ດີ ໂດຍສາມາດ​ສະກັດ​ກັ້ນ​ການ​ລັກລອບໜີ​ພາສີ​ລຽບ​ຊາຍ​ແດນ ແລະ ຕິດຕາມ​ກວດກາ​ການ​ເຄື່ອນ​ຍ້າຍສິນຄ້າ​ ພາຍ​ໃນ​ຂອບ​ເຂດ​ຄວາມຮັບຜິດຊອບ​ຕາມ​ກົດໝາຍ ແລະ ລະບຽບ​ການ​ກຳນົດ ເຊິ່ງ​ສາມາດຕິດຕາມ​ກວດກາ​ພົບ​ເຫັນ ແລະ ກັກ​ສິນຄ້າ​ເຄື່ອງ​ອຸປະໂພກ-ບໍ​ລິໂພກ​ທີ່​ຜູ້​ປະກອບ​ການ​ພະຍາຍາມ​ລັກລອບ​ໜີ​ພາສີ (ນອກ​ດ່ານ) ໄດ້​ຈຳນວນ​ໜຶ່ງຄື: ໃນ​ລະຫວ່າງວັນ​ທີ 17-18 ມິຖຸນາ 2016 ໄດ້ກັກ​ສິນຄ້າ​ປະເພດ​ເຄື່ອງໃຊ້​ໄຟຟ້າ ຕູ້ເຢັນ 7,8 ຄິວ ຍີ່ຫໍ້​ໄຮ​ເອີ ແລະ ຊຳ​ຊຸງ ຈຳນວນ 20 ໜ່ວຍ ຈັກຊັກ​ຜ້າ LG 13 ກິ​ໂລ ຈຳນວນ 30 ໜ່ວຍ ໂທລະພາບຍີ່ຫໍ້​ໄຮ​ເອີ 50 ນີ້ວ ແລະ ໂທລະພາບ​ຍີ່ຫໍ້ຊຳ​ຊຸງ 24 ນີ້ວ ຈຳນວນ 2 ໜ່ວຍ ເກີບ​ໂບກ ຈຳນວນ 44 ແກັດ ແລະ ກັກ​ພາຫະນະ​ລວມ​ມີ​ລົດກະບະ 4 ປະຕູ MITSUBISHI  ຈຳນວນ 1 ຄັນ ລົດ MAZDA ຈຳນວນ 1 ຄັນ ລົດ TOYOTA ຈຳນວນ 2 ຄັນ ແລະ ລົດ​ຈິບ 5 ປະຕູ TOYOTA ຈຳນວນ 1 ຄັນ ເຊິ່ງລົດ​ຈຳນວນ​ດັ່ງກ່າວ​ນີ້ ​ເມື່ອ​ຕິດຕາມ​ສົມທົບ​ກັບ​ຄົມມະນາຄົມ ເພື່ອ​ກວດກາ​ຕົວ​ຈິງ​ເຫັນ​ວ່າ​ໃຊ້ປ້າຍ​ປອມ ແລະ ທະບຽນ​ປອມ ເຊິ່ງ​ບໍ່​ມີ​ຢູ່​ໃນ​ກົງ​ໂຕນ.

ທ່ານ ສົມ​ພິນ ອິນ​ທະ​ວົງ ໃຫ້​ຮູ້​ອີ​ກວ່າ: ເມື່ອ​ບໍ່​ດົນ​ມາ​ນີ້​ເຈົ້າໜ້າທີ່​ກອງ​ກວດກາ​ພາສີ​ນະຄອນຫຼວງ ຍັງ​ໄດ້​ກັກ​ຢຶດ​ສິນຄ້າ​ປະເພດ​ຢາ​ປົວ​ສຸຂະພາບ ຈຳນວນ 19 ລາຍການ ທີ່​ບໍ່​ມີ​ເອກະສານເສຍ​ພາສີ​ນຳ​ເຂົ້າ ແລະ ເອກະສານຈາກ​ພາກສ່ວນ​ກ່ຽວຂ້ອງ ເຊິ່ງ​ຢາ​ຈຳນວນ​ດັ່ງກ່າວ​ທາງ​ກົມອາຫານ ແລະ ຢາ ກະຊວງ​ສາທາ​ລະນະ​ສຸກ​ໄດ້​ຢັ້ງຢືນ​ວ່າ: ຢາຈຳນວນ​ດັ່ງກ່າວ​ບໍ່​ອະ​ນຸ​ຍາດ​ໃຫ້ໃຊ້​ ເນື່ອງ​ຈາກ​ມີ​ຄວາມ​ສ່ຽງ​ທາງດ້ານ​ຄວາມ​ປອດ​ໄພ ​ຕໍ່​ຜູ້​ໃຊ້​ຢາ​ທີ່​ບໍ່ທັນ​ຂຶ້ນ​ທະບຽນໃນ ​ສປປ ລາວ ຈຶ່ງ​ສະເໜີ​ໃຫ້​ມີ​ການ​ທຳລາຍ​ຖິ້ມ.

ທີ່ມາ:http://vientianemai.net/khao/16074.html 

ไม่มีความคิดเห็น:

แสดงความคิดเห็น

Recent Post