Latest News

วันศุกร์ที่ 24 มิถุนายน พ.ศ. 2559

ກະບະຕຳກັນເປັນການຕຳທີ່ບໍ່ເຄີຍເຫັນມາກ່ອນ ແລະເຈີດໄປ ຕຳຮ້ານກາເຟ ປາຣິຊຽນ ທີ່ຖະໜົນສາມແສນໄທ (ມີຮູປ)


ຕອນເຊົ້າວັນທີ 24/6/2016 ເກີດອຸບັດຕິເຫດ ລົດກະບະ ຕຳກັນແລ້ວ ເສຍຫຼັກ ໄປຕຳເອົາຮ້ານ ກາເຟ ປາຣີຊຽນ, ທີ່ຖະໜົນສາມແສນໄທ ນະຄອນຫຼວງວຽງຈັນ. ເຫດດັ່ງກ່າວ ເຮັດໃຫ້ລົດຕີດດິນສົມຄວນ.
ບໍ່ມີລາຍງານຜູ້ບາດເຈັບ, ແຕ່ສະພາບລົດ ແມ່ນເສຍຫາຍໜັກ, ໜ້າຮ້ານກາເຟ ປາຣີຊຽນກໍ່ເສຍຫາຍຫຼາຍ.


ສາເຫດແມ່ນເກີດຈາກ ລົດລົດລີໂວ (ເປັນຄົນຕ່າງຊາດ) ຂັບລົດຢ້ອນສອນ ມາແຕ່ທາງຫໍວັດທະນາທຳ ສ່ວນລົດວີໂກ້ ແມ່ນມາແຕ່ທາງໂຮງແຮມເສດຖາປາລາ ຕຳກັນທີ່ສີ່ແຍກເຮັດໃຫ້ລົດເສຍຫັກເຂົ້າໄປຕຳຮ້ານກາເຟ ປາຣີຊຽນ. ຈາກຂໍ້ມູນໃຫ້ຮູ້ວ່າ ຊາວຕ່າງຊາດ ທີ່ຂີ່ລົດຢ້ອນສອນ ແມ່ນມີອາການເມົາໜັກ.


ເຈົ້າໜ້າທີ່ ໄດ້ສອບສວນ ແລະ ຜູ້ທີ່ຂີ່ລົດຣີໂວ້ ແມ່ນຍອມຮັບຜິດ ໃນເຫດຄັ້ງນີ້ ແລະ ພ້ອມຊົດເຊີຍຄ່າເສຍຫາຍ. ເຖິງຢ່າງໃດກໍ່ດີ ເຈົ້າໜ້າທີ່ຕ້ອງລົງໂທດຢ່າງໜັກ ໃນກໍລະນີ ເມົາແລ້ວຂັບ ແລະ ການຂີ່ລົດຜິດກົດຈາລະຈອນ.

ພາບແລະຂ່າວ: ນັກຂ່າວສັນຈອນ




ທີ່ມາ:http://www.tholakhong.com/2016/06/blog-post_24.html

ไม่มีความคิดเห็น:

แสดงความคิดเห็น

Recent Post