Latest News

วันอังคารที่ 28 มิถุนายน พ.ศ. 2559

ອິນ​ເດຍ ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ ຕໍ່​ຜູ້​ຖືກ​ຫາ 11 ຄົນ ໃນ​ເຫດ­ການ​ສັງ­ຫານ​ໂຫດ


loading...


ວັນ​ທີ 17 ມິ­ຖຸ­ນາ​ທີ່​ຜ່ານ​ມາ ສານ​ພິ­ເສດ​ແຫ່ງ​ໜຶ່ງ​ໃນ​ອິນ​ເດຍ ໄດ້​ຕັດ­ສິນ​ຈຳ​ຄຸກ​ຕະ­ຫຼອດ​ຊີ­ວິດ​ຕໍ່ຜູ້​ຖືກ​ຫາ 11 ຄົນ ທີ່​ເຂົ້າຮ່ວມ​ໃນເຫດ­ການ​ສັງ­ຫານ​ໂຫດ​ຢູ່​ໃນ​ລັດກຸ​ຈະ​ຣາດ ຕາ­ເວັນ­ຕົກ ເມື່ອ​ປີ 2002 ໃນ​ຂະ­ນະ​ດຽວ​ກັນ ຜູ້​ຖືກຫາ​ອີກ 13 ຄົນ ກໍ່ຖືກ​ຕັດ­ສິນ​ໃຫ້ຈຳ​ຄຸກແຕ່ 7 ຫາ 10 ປີ.

ບັນ­ດາ​ຜູ້​ຖືກ​ຫາ ຖືກ​ຕັດ­ສິນໂທດຍ້ອນ​ໄດ້​ເຂົ້າ​ຮ່ວມ​ສັງ­ຫານໂຫດຢູ່​ໃນ​ນະ­ຄອນ​ອາ​ເມ​ດາ​ບັດ ໃນ​ເດືອນ​ກຸມ­ພາ ປີ 2002 ເມື່ອຊາວຮິນ​ດູ ຈຳ­ນວນ​ຫຼາຍ ໂຈມ​ຕີ ແລະ ຍິງ​ປືນ ເປັນ​ເຫດ​ໃຫ້​ມີ​ຜູ້ເສຍ​ຊີ­ວິດ 69 ຄົນ ຊຶ່ງ​ສ່ວນ​ຫຼາຍເປັນ​ຊາວມຸ​ສະ​ລິມ ໃນ​ນັ້ນ​ເປັນສະ­ມາ­ຊິກ​ສະ­ພາ​ແຫ່ງ​ຊາດ​ລວມຢູ່​ນຳ 1 ຄົນ.

loading...



ຜູ້​ຖືກ​ຫາ 24 ຄົນ ຈາກ​ທັງ​ໝົດ 66 ຄົນ ໄດ້​ຖືກ​ຕັດ­ສິນ​ຄະ­ດີ ຍ້ອນມີ​ການ​ພົວ­ພັນ​ກັບ​ເຫດ­ການ​ຮຸນແຮງ​ດັ່ງ­ກ່າວ ມີ​ຜູ້​ຖືກ​ຫາ​ອີກ 36 ຄົນ ຖືກ​ປະ­ກາດ​ໃຫ້​ພົ້ນ​ໂທດຍ້ອນ​ບໍ່​ມີ​ຫຼັກ​ຖານ​ພຽງ­ພໍ ໃນ​ຂະນະ​ທີ່​ມີ​ຜູ້​ຕ້ອງ​ສົງ­ໄສ 5 ຄົນ ເສຍຊີ­ວິດ​ໃນ​ລະ­ຫວ່າງການ​ສືບ­ສວນ ແລະ 1 ຄົນຫາຍ​ສາບ​ສູນ.

loading...

ທີ່ມາ:http://vientianemai.net/khao/16082.html

ไม่มีความคิดเห็น:

แสดงความคิดเห็น

Recent Post