Latest News

วันพฤหัสบดีที่ 23 มิถุนายน พ.ศ. 2559

ເຮັດຈິງຈັງແດ່ທ່ານຢ່າເວົ້າແຕ່ປາກ!!! ບັນດາເຈົ້າແຂວງຊີ້ແຈງ ແລະ ຕອບຂໍ້ຊັກຖາມຕໍ່ລັດຖະບານໃນກໍລະນີຍັງມີການເຄື່ອນຍ້າຍໄມ້ໃນບາງເຂດ


loading...


ຂປລ. ລະຫວ່າງກອງປະຊຸມຄະນະລັດຖະບານ ຮ່ວມກັບເຈົ້າຄອງນະຄອນຫລວງວຽງຈັນ ແລະ ບັນດາເຈົ້າແຂວງໄດ້ຈັດຂຶ້ນໃນວັນທີ 23 ມິຖຸນາ ນີ້ທີ່ນະຄອນຫລວງວຽງຈັນ ເຊິ່ງ ບັນດາທ່ານເຈົ້າແຂວງທົ່ວປະເທດໄດ້ຕອບຂໍ້ຊັກຖາມ ແລະ ຊີ້ແຈງເຫດຜົນຕໍ່ລັດຖະບານ ພາຍຫລັງຍັງມີບາງເຂດສືບຕໍ່ເຄື່ອນຍ້າຍໄມ້ ແລະ ສົ່ງໄມ້ອອກແບບລັບໆລີ້ໆ ນອກຈາກນັ້ນຍັງປຶກສາຫາລື ແລະ ພິຈາລະນາຫລາຍບັນຫາສໍາຄັນພາຍໃຕ້ການເປັນປະທານຂອງທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ; ມີບັນດາຮອງນາຍົກລັດຖະ ມົນຕີ, ພ້ອມດ້ວຍສະມາຊິກລັດຖະບານເຂົ້າຮ່ວມ.


ກອງປະຊຸມໄດ້ດຳເນີນໄປແຕ່ວັນທີ 23-24 ມິຖຸນາ ນີ້. ເພື່ອພ້ອມກັນປຶກສາຫາລື ແລະ ຄົ້ນຄ້ວາຫລາຍບັນຫາສໍາຄັນ ໃນການຈັດຕັ້ງປະຕິບັດວຽກງານຂອງລັດຖະບານ ແລະ ທ້ອງຖິ່ນ. ປະກອບຄຳຄິດ ເຫັນໃສ່ແຕ່ລະບັນຫາທີ່ໄດ້ນຳມາສະເໜີ ເປັນຕົ້ນ: ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 6 ເດືອນຕົ້ນປີ ແລະ ແຜນທ້າຍສົກປີ 2015-2016; ມາດຕະການເກັບລາຍຮັບ 3 ເດືອນທ້າຍສົກປີ, 3 ເດືອນໄລຍະຂ້າມຜ່ານ ແລະ ການກະກຽມສ້າງແຜນການ-ການເງິນ ປີ 2017; ແຜນການແກ້ໄຂສະ ພາບຄ່ອງຕົວ ແລະ ຟື້ນຟູເສດຖະກິດໃນສະເພາະໜ້າ ແລະ ຍາວນານ; ການເບີກຈ່າຍເງິນເດືອນງວດ 3 (ເດືອນ 4 ແລະ ເດືອນ 5) 2016; ການຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງເລກທີ 15/ນຍ, ລົງວັນທີ 13 ພຶດສະພາ 2016 ວ່າດ້ວຍການເພີ່ມທະວີເຂັ້ມງວດໃນການຄຸ້ມຄອງ, ກວດກາການຂຸດຄົ້ນໄມ້ ແລະ ທຸລະກິດໄມ້; ຮ່າງຄຳສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການສ້າງແຂວງເປັນຫົວໜ່ວຍຍຸດທະສາດສ້າງເມືອງເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານເປັນຫົວໜ່ວຍພັດທະນາ ແລະ ອື່ນໆ.

ທີ່ມາ:Pathedlao Lao

ไม่มีความคิดเห็น:

แสดงความคิดเห็น

Recent Post