Latest News

วันจันทร์ที่ 27 มิถุนายน พ.ศ. 2559

ທຸກພາກສ່ວນຮ່ວມກັນສະກັດກັ້ນ ແລະ ຕ້ານຢາເສບຕິດ



loading...



ເນື່ອງ​ໃນ​ໂອກາດ​ວັນ​ສາກົນ ຕ້ານ​ຢາ​ເສບ​ຕິດ ຄົບຮອບ 29 ປີ ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ ຄະນະ​ກຳມະການ​ແຫ່ງ​ຊາດ​ເພື່ອກວດກາ ແລະ ຄວບ​ຄຸມ​ຢາ​ເສບຕິດ ແລະ ນະຄອນຫຼວງ​ວຽງ​ຈັນ ໄດ້​ຮ່ວມ​ກັນ​ຈັດ​ພິທີ​ຈູດ​ທຳລາຍຢາ​ເສບ​ຕິດ​ຂຶ້ນ ໃນ​ວັນ​ທີ 25 ມິຖຸ​ນາ 2016 ທີ່ເດີ່ນ​ພະ​ທາດຫຼວງ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໂດຍ​ມີ​ທ່ານ​ພົນ​ຕີ ສົມ​ແກ້ວ ສີ​ລາວົງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນຄວາມ​ສະຫງົບ ພ້ອມ​ດ້ວຍ​ລັດຖະ​ມົນຕີ ແລະ ຮອງ​ລັດຖະມົນຕີ ອົງ​ການຈັດຕັ້ງ​ສາກົນ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ.

ໃນ​ພິທີ​ດັ່ງກ່າວ ທ່ານ ພົນ​ຕີ ສົມ​ແກ້ວ ສີ​ລາ​ວົງ ໄດ້​ຂຶ້ນ​ລາຍງານ​ເຖິງ​ສະພາບ​ການຈັດຕັ້ງ​ປະຕິ​ບັດ​ ວຽກ​ງານ​ຮອບດ້ານ​ກ່ຽວ​ກັບ​ການ​ກວດກາ ແລະ ຄວບ​ຄຸມ​ຢາເສບ​ຕິດ​ຢູ່ ​ສປປ ລາວ ໃນ​ໄລຍະໜຶ່ງ​ປີຜ່ານມາ ຈາກ​ນັ້ນ ທ່ານຮັກສາ​ການ​ຜູ້ຕາງໜ້າ​ອົງການສະຫະ​ປະຊາ​ຊາດ ​ເພື່ອ​ການ​ພັດທະ​ນາ​ປະຈຳ ​ສປປ ລາວ ໄດ້​ອ່ານສານ​ຂອງ​ພະນະ​ທ່ານ​ເລຂາ​ທິການ​ໃຫຍ່​ ອົງການ​ສະຫະ​ປະຊາຊາດ ​ທີ່​ສະເໜີ​ໃຫ້​ບັນດາ​ປະເທດ ແລະ ຊຸມ​ຊົນ​ແຫ່ງ​ຕ່າງໆ​ໃນ​ທົ່ວໂລກ ​ໄດ້​ຮ່ວມ​ກັນ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ທີ່​ເປັນ​ໄພ​ຄຸກຄາມ ແລະ ສ້າງ​ຄວາມ​ເສຍ​ຫາຍຕໍ່​ມະນຸດ.



loading...


ໃນ​ຕອນ​ທ້າຍ ທ່ານ​ນາຍົກລັດຖະມົນຕີ ແຫ່ງ ​ສປປ ລາວ ໄດ້ໃຫ້​ກຽດ​ຂຶ້ນ​ມີ​ຄຳ​ເຫັນ​ສະແດງຄວາມ​ຂອບໃຈ ແລະ ຍ້ອງຍໍ​ຊົມເຊີຍ​ທຸກ​ພາກສ່ວນ​ໃນ​ທົ່ວ​ສັງຄົມ ພ້ອມ​ທັງ​ບັນດາ​ປະເທດ​ເພື່ອນ​ມິດ ແລະ ອົງ​ການຈັດຕັ້ງ​ສາກົນ ​ທີ່​ໄດ້ເຂົ້າ​ຮ່ວມ​ໃນ​ການ​ສະກັດ​ກັ້ນ ແລະ ແກ້​ໄຂ​ບັນຫາ​ຢາ​ເສບ​ຕິດ​ຢູ່ ​ສປປ ລາວ ຢ່າງ​ໄດ້​ຮັບ​ຜົນ​ດີ​ຕະຫຼອດ​ມາ ພ້ອມ​ທັງ​ໄດ້​ໃຫ້​ທິດ​ຊີ້​ນຳ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ສະກັດ​ກັ້ນ ແລະ ຕ້ານ​ຢາ​ເສບ​ຕິດ​ໃຫ້​ໄດ້​ຮັບໝາກຜົນ​ດີ​ໃນ​ຊຸມ​ປີ​ຕໍ່ໜ້າ.

ສຳລັບ​ຕົວຢ່າງ​ຂອງ​ຢາ​ເສບ​ຕິດ​ທີ່​ຢຶດ​ໄດ້ ແລະ ຈູດ​ທຳລາຍ​ຄັ້ງ​ນີ້ ປະກອບ​ມີ ຢາ​ບ້າ 4.348.611 ເມັດ ກັນຊາ​ແຫ້ງ 883 ກິ​ໂລກ​ຣາມ ຢາ​ໄອສ 1,92 ກິ​ໂລກ​ຣາມ ເຮ​ໂລອິນ 34,8 ກິ​ໂລກ​ຣາມ ແປ້ງ​ຝຸ່ນເພື່ອ​ປະສົມ​ຜະລິດ​ຢາ​ເສບ​ຕິດ 105,8 ກິ​ໂລກ​ຣາມ ສ່ວນ​ຢາເສບ​ຕິດ​ທີ່​ຖືກ​ຈູດ​ທຳລາຍ​ໃນ​ຂອບເຂດ​ທົ່ວ​ປະເທດ​ມີ​ດັ່ງນີ້ ຢາ​ບ້າ 5.671.731 ເມັດ ກັນຊາ​ແຫ້ງ 3.673 ກິ​ໂລກ​ຣາມ ຢາ​ໄອສ 72,53 ກິ​ໂລກ​ຣາມ ເຮ​ໂລ​ອິນ 81,32 ກິ​ໂລກ​ຣາມ ຝິ່ນ​ດິບ 14,89 ກິ​ໂລກ​ຣາມ ສານ​ສະກັດຈາກ​ຕົ້ນໄມ້​ເພື່ອ​ຜະລິດ​ຢາ​ເສບຕິດ 2.880 ລິດ ແປ້ງ​ຝຸ່ນ​ເພື່ອ​ປະສົມ​ຜະລິດ​ຢາ​ເສບ​ຕິດ 747,3 ກິໂລກ​ຣາມ.



loading...


ທີ່ມາ:http://vientianemai.net/khao/16095.html

ไม่มีความคิดเห็น:

แสดงความคิดเห็น

Recent Post