Latest News

วันพุธที่ 22 มิถุนายน พ.ศ. 2559

ຈັງແມ່ນຄັກເນາະພີ້ນ້ອງບໍ່ຕ່າງກັບໄທເລີຍ!!!! ກວດພົບຊິງຊັ່ງສິນຄ້າບໍ່ໄດ້ມາດຕະຖານຫຼາຍ 10 ໜ່ວຍ

ຈັງແມ່ນຄັກເນາະພີ້ນ້ອງບໍ່ຕ່າງກັບໄທເລີຍ!!!! ກວດພົບຊິງຊັ່ງສິນຄ້າບໍ່ໄດ້ມາດຕະຖານຫຼາຍ 10 ໜ່ວຍ 


ປັດຈຸບັນ ການ​ເໜັງ​ຕີງ​ຂອງລາຄາ​ສິນຄ້າ​ບາງ​ປະເພດ ​ຢູ່​ຕາມຕະຫຼາດ​ທົ່ວ​ນະຄອນຫຼວງ​ວຽງຈັນ ແມ່ນ​​ຂຶ້ນ ເປັນຕົ້ນ​ແມ່ນ ປະເພດ​ສິນຄ້າ​ອຸປະໂພກ-ບໍລິໂພກ ເວົ້າ​ລວມ ເວົ້າສະເພາະ ປະເພດ​ຊີ້ນ ແລະ ປາ ເພື່ອ​ເປັນການ​ບໍ່​ເອົາ​ລັດ​ເອົາ​ປຽບ​ຜູ້​ບໍ​ລິໂພກ​ຈາກ​ຊາວ​ຄ້າຂາຍ ໂດຍ​ສະເພາະ​ການ​ດັດແປງ​ຊິງ​ຊັ່ງ ວັນ​ທີ 21 ມິຖຸນາ 2016 ຫ້ອງການ​ວິ​ທະຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ເມືອງ​ຈັນທະ​ບູ​ລີ ຮ່ວມ​ກັບ​ຈັດ​ສັນຕະຫຼາດ ແລະ ພາກສ່ວນ​ທີ່​ກ່ຽວຂ້ອງ​ໄດ້​ລົງ​ກວດກາ ແລະ ວັດແທກ​ມາດຕະຖານ​ຊິງ​ຊັ່ງ​ຂອງຊາວ​ຄ້າຂາຍ​ປະເພດ ຊີ້ນ ປາ ແລະ ອື່ນໆ​ຢູ່​ຕະຫຼາດ​ໂພນ​ຕ້ອງສະຫວ່າງ ເມືອງ​ຈັນທະ​ບູ​ລີ.

ທ່ານ ວຽງ​ສະຫວັນ ມຸນ​ນິ​ວົງ ຮອງ​ຫົວໜ້າ​ຫ້ອງການ​ວິທະຍາສາດ ແລະ ເຕັກ​ໂນ​ໂລ​ຊີ ເມືອງຈັນທະ​ບູ​ລີ ໄດ້​ກ່າວ​ວ່າ: ຄະນະກວດກາ​ຂອງ​ພວກ​ເຮົາ​ໄດ້​ລົງກວດກາ ຊິງ​ຊັ່ງ​ຢູ່​ຕະຫຼາດ​ເປົ້າໝາຍ ຈຳນວນ 4 ແຫ່ງ ເລີ່ມແຕ່​ວັນ​ທີ 9 ມິຖຸນາ 2016 ຜ່ານມາ ປະກອບ​ມີ​ຕະຫຼາດ​ທົ່ງ​ຂັນຄຳ ໂພນ​ຕ້ອງຈອມ​ມະນີ ຫ້ວຍ​ຫົງ ແລະ ຕະຫຼາດ​ໂພນຕ້ອງ​ສະຫວ່າງ ຜ່ານ​ການ​ລົງກວດກາ​ຄັ້ງ​ນີ້ ​ໄດ້​ກວດ​ພົບ​ຊິງຊັ່ງ​ບໍ່​ໄດ້​ມາດຕະຖານ ຈຳນວນ 11 ໜ່ວຍ ສຳລັບ​ຊິງ​ຊັ່ງ​ທີ່​ບໍ່​ໄດ້​ມາດຖານ​ດັ່ງກ່າວ​ ແມ່ນ​ຈະ​ໄດ້​ນຳໄປ​ທຳລາຍຖິ້ມ ພ້ອມ​ທັງ​ໃຫ້​ຄະນະ​ຈັດ​ສັນ​ຕະຫຼາດ​ຈົດ​ບັນທຶກ​ປະຈຳ​ວັນ ແລະ ສຶກ​ສາ​ອົບຮົມ​ເຈົ້າ​ຂອງ​ຮ້ານ​ທີ່​ກະທຳ​ຜິດ ໂດຍ​ສະເພາະແມ່ນ​ກົດໝາຍ​ວັດແທກ ແລະ ກົດໝາຍອາຍາ ຕາມ​ມາດຕາ 150 ວ່າດ້ວຍ​ການ​ດັດແປງ​ການ​ດັດ​ປັບສິ່ງ​ຂອງ.

ການ​ລົງ​ກວດກາ​ວຽກ​ງານມາດຕະຖານ ແລະ ວັດແທກ​ປະເພດ​ຊິງ​ຊັ່ງ​ທົ່ວ​ໄປ ​ຕາມ​ຕະຫຼາດທົ່ວ​ເມືອງ​ຈັນທະ​ບູ​ລີ ປະຈຳ​ປີ 2016 ເພື່ອ​ເປັນ​ການຈັດຕັ້ງ​ຜັນຂະຫຍາຍ​ວຽກ​ງານ 3 ສ້າງຂອງ​ເມືອງ ທັງ​ເປັນ​ການ​ກວດຄືນກ່ຽວ​ກັບ​ການ​ປະຕິບັດ​ລະບຽບການ ແລະ ມາດ​ຕະການ​ໃນ​ການຄ້າຂາຍ​ສິນຄ້າ​ຕາມ​ຕະຫຼາດພາຍ​ໃນ​ເມືອງ​ ໃຫ້​ມີ​ຄວາມ​ຖືກຕ້ອງ ປອດ​ໃສ ແລະ ບໍ່​ເອົາ​ລັດເອົາ​ປຽບ​ຜູ້​ບໍລິໂພກ.

ທີ່ມາ: http://vientianemai.net/khao/16066.html

ไม่มีความคิดเห็น:

แสดงความคิดเห็น

Recent Post