Latest News

วันอาทิตย์ที่ 12 มิถุนายน พ.ศ. 2559

ຊາວເມືອງນໍ້າບາກ ໄດ້ຮັບຜົນກະທົບຈາກສານເຄມີ ສວນກ້ວຍຂອງຈີນ!! ຮຽກຮ້ອງໃຫ້ຂັ້ນເທີງມາຊ່ວຍແດ່

ສະບາຍດີໂທລະໂຄ່ງນ້ອງໄດ້ເປັນນັກສຶກສາຢູ່ວິທະຍາໄລແຫ່ງໜຶ່ງມື້ນີ້ນ້ອງໄດ້ກັບບ້ານເກີດເມືອງນອນຂອງຕົນ:ບ້ານ ນະຄອນ, ເມືອງນໍ້າບາກ, ແຂວງຫຼວງພະບາງ.
ໄດ້ເຫັນບ້ານຂອງຕົນໄດ້ມີການປ່ຽນແປງໄປຫຼາຍຄຣິບນີ້ເປັນສ່ວນໜຶ່ງທີ່ຖ່າຍມາ ແລະ ຍັງມີຫຼາຍບ່ອນຕື່ມອີກ,ນ້ອງໄດ້ຂໍ້ມູນວ່າໄດ້ມີການລົງທຶນຈາກຄົນຈີນ ບໍລິເວນນີ້ເປັນເວລາ10ປີ .
ບໍລິເວນດັ່ງກ່າວກໍ່ແມ່ນໃກ້ກັບບ້ານ ແລະ ໂຮງຮຽນ ບາງມື້ທີ່ຖືກມື້ສີດຢາຊິດຢາກໍ່ຈົນໄດ້ຢຸດການຮຽນເພາະຢ່າທີ່ຊີດມັນໄດ້ສົ່ງຜົນໃຫ້ມີກິ່ນເໝັນສູ່ໂຮງຮຽນ ແລະ ບໍລິເວນຕາມບ້ານທີ່ຢູ່ໃກ້ ແລະ ຍັງຕິດກັບແຄມນໍ້າບາກ.
ຖ້າຝົນຕົກໄດ້ມີການເສາະເອົາຝຸ່ນຢາທີ່ໃຊ້ນັ້ນມັນຊິເກີດຫຍັງຂື້ນບໍ່ກັບນໍ້າ ແລະ ນັກຮຽນຊິເປັນຫຍັງບໍ່ ແລະ ກໍ່ເຫັນຫລາຍຄອບຄົວບໍ່ສະບາຍເປັນໄຂ້ບໍ່ຮູ້ວ່າເກີດຍ້ອນຫຍັງ ແລະ ຢູ່ໃນບ້ານກໍ່ເນື່ອງນັນກັບບັນຫານີ້ຢູ່ ຂໍໃຫ້ໂທລະໂຄ່ງ ພິຈາລະນານຳດ້ວຍ ຂໍຄອບໃຈ.
ຕອນທີ່ຂ້າພະເຈົ້າຂີ່ລົດຖ່າຍຄລິບ ກະຈົນໄດ້ມຸບປາກສຸດທາງ ເພາະເໝັນຮຸນແຮງ, ທັງເໝັນທັງຂິວສານເຄມີ.
ຝາກເຈົ້າແຂວງຫຼວງພະບາງສົ່ງໜ່ວຍງານລົງກວດສອບບັນຫານີ້ແດ່ ! ດ່ວນເທົ່າໃດຍິ່ງເປັນການດີ.
ຈາກປະຊາຊົນຕາດໍາໆ



ທີ່ມາ:ໂທລະໂຄ່ງ THOLAKHONG

ไม่มีความคิดเห็น:

แสดงความคิดเห็น

Recent Post